ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ພະນົມເປັນ ຈັດການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສະຖານທູດລາວ ແລະ ສະຖານທູດ ຫວຽດນາມ

Cambodia Footbill

ໃນວັນທີ 18 ພະຈິກ 2016, ສະຖານ​ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະ​ຈໍາຣາຊະ​ອານາຈັກ ກໍາປູ​ເຈຍ ​​ໄດ້ຈັດ​ການແຂ່ງຂັນ​ກິ​ລາ​ມິດຕະພາບ ກັບ​ ສະຖານເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ ຢູ່ທີ່ສະຖານ​ທູດລາວ ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 41 ປີ (2/12/1975 1/12/2016) ໂດຍມີ ພະນະທ່ານ ປຣະສິດ ​ໄຊ​ຍະ​ສິດ, ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປປ ລາວ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ, ພະນະທ່ານ THACH DU, ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສສ. ຫວຽດນາມ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ​ ​ເປັນ​ກຽດ​ເຂົ້າ​ຮ່ວມ​ຊົມ​ການ​ແຂ່ງຂັນ ພ້ອມ​ດ້ວຍ​ພະນັກງານສະຖານທູດ​ລາວ-ຫວຽດນາມ ​ແລະ ນັກ​ສຶກສາລາ​ວ​ເຂົ້າ​ຮ່ວມທັງໝົດ ຈໍານວນ 72 ຄົນ ​​ໂດຍ​ມີ​ການ​ແຂ່ງຂັນ ​3 ປະ​ເພດກິລາ​ຄື: ກິລາ​ຕີດອກ​ປີກ​ໄກ່, ກິລາ​ເປ​ຕັງ ​ແລະ ກິລາ​ປິ່ງ​ປ່ອງ ​ໂດຍ​ມີ​ການ​ແຂ່ງ​ຂັນ​ຂອງ​ທີ​ມຍິງ, ທີ​ມຊາຍ ແລະ ທິມປະສົມ ​ເພື່ອ​ຊິງຂັນ​ລາງວັນ​ທີ 1 ​ແລະ ລາງວັນ​ທີ 2​ ​ໃນ​ແຕ່ລະ​ປະ​ເພດ​ກິລາ​​, ການຈັດ​ການ​​ແຂ່ງ​ຂັນ​ກິລາ​ດັ່ງກ່າວ​ ​ເພື່ອ​ເປັນ​ການ​ຮັດແໜ້ນ​ສາຍ​ພົວພັນຮ່ວມ​ມືມິດ​ຕະພາບ ແລະ ຄວາມສາມັກຄີແບບພິເສດ ຂອງສອງຊາດລາວ-ຫວຽດນາມ ກໍຄືລະຫວ່າງ​ສອງສະຖານທູດ. ການແຂ່ງຂັນແມ່ນ​ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ.​​ ພາຍຫຼັງ​ສໍາ​ເລັດ​ການ​ແຂ່ງຂັນ ​ກໍ​ໄດ້​ມີ​ການ​ມອບ​ລາງວັນ ​ແລະ ຮ່ວມ​ພາ​ເຂົ້າ​ສາມັກຄີ ພ້ອມ​ທັງ​ມ່ວນ​ຊື່ນ​ລໍາວົງສາມັກ​ຄີ​ຮ່ວມ​ກັນ. ຄັ້ງຕໍ່ໄປ ສະຖານທູດຫວຽດນາມ ຈະເປັນເຈົ້າພາບຈັດການແຂ່ງຂັນດັ່ງກ່າວຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484685
ມື້ນີ້201
ມື້ວານ188
ອາທິດນີ້1123
ເດືອນນີ້3990