ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດງານວາງສະແດງຮູບແຕ້ມອາຊຽນ ປີ 2016 ທີ່ ຫ້ອງການ ສປຊ ທີ່ເຊີແນວ, ປະເທດສະວິດ

ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງອາຊຽນ ຄົບຮອບ 49 ປີ ແລະ ການຮັດແໜ້ນຄວາມສາມັກຄີ ລະຫວ່າງ ປະເທດອາຊຽນດ້ວຍກັນ ໃນວັນທີ 31 ຕຸລາ 2016 ທີ່ຜ່ານມາ, ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ໃນນາມປະທານອາຊຽນ ປີ 2016 ໄດ້ຮ່ວມກັບບັນດາສຳນັກງານຜູ້ຕາງໜ້າຖາວອນ ຂອງບັນດາປະເທດອາຊຽນອື່ນໆ ທີ່ ເຊີແນວ ໄດ້ຈັດພິທີເປີດງານວາງສະແດງຮູບແຕ້ມອາຊຽນ ປີ 2016 ຂຶ້ນຢ່າງເປັນທາງການ ທີ່ ຫ້ອງການ ສປຊ (Palais des Nations), ຊຶ່ງຮູບແຕ້ມທີ່ນຳມາສະແດງໃນງານດັ່ງກ່າວນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງ 10 ປະເທດອາຊຽນ ມີຈຳນວນທັງໝົດ 34 ຮູບ ທີ່ມີເນື້ອໃນທີ່ສ່ອງແສງເຖິງຄວາມຫລາກຫລາຍຂອງວັດທະນະທຳ, ຮີດຄອງປະເພນີ, ທຳມະຊາດອັນສວຍສົດງົດງາມ ແລະ ຊີວິດການເປັນຢູ່ຊອງປະຊາຊົນອາຊຽນ. ໃນມື້ພິທີເປີດງານ ທ່ານ ບໍວອນທັດ ດວງຈັກ, ຮອງຫົວໜ້າສຳນັກງານ, ອຸປະທູດຊົ່ວຄາວ ສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈຳຫ້ອງການ ສປຊ ທີ່ ເຊີແນວ ໃນນາມປະທານຄະນະກຳມະການອາຊຽນ ທີ່ ເຊີແນວ (ASEAN Geneva Committee) ໄດ້ເຂົ້າຮ່ວມ ແລະ ກ່າວເປີດພິທີດັ່ງກ່າວຮ່ວມກັບ ທ່ານ Michael Mooler, ຫົວໜ້າຫ້ອງການ ສປຊ ທີ່ ເຊີແນວ, ຊຶ່ງມີບັນດາ ທູຕານຸທູດ ຂອງປະເທດອາຊຽນ, ບັນດາແຂກທີ່ຖືກເຊີນ ແລະ ຜູ້ເຂົ້າຊົມຈາກພາກສ່ວນຕ່າງໆຫລາຍກວ່າ 200 ທ່ານ ເຂົ້າຮ່ວມ. ການຈັດງານສະແດງຮູບແຕ້ມໃນຄັ້ງນີ້ ເປັນສ່ວນໜຶ່ງຂອງກິດຈະກຳຂອງຄະນະກຳມະການອາຊຽນ ທີ່ ເຊີແນວ ປະຈຳປີ 2016 ແລະ ງານວາງສະແດງດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 2 ອາທິດ ເລີ່ມແຕ່ວັນທີ 31 ຕຸລາ ຫາ 11 ພະຈິກ 2016 ຈຶ່ງສຳເລັດ.

 

ການຈັດງານວາງສະແດງຮູບແຕ້ມໃນຄັ້ງນີ້ ນອກຈາກຈະເປັນການໂຄສະນາໃຫ້ປະຊາຄົມໂລກໄດ້ຮັບຮູ້ເຖິງ ການຮ່ວມມືຂອງປະເທດສະມາຊິກອາຊຽນ ບົນພຶ້ນຖານຄວາມຫລາກຫລາຍຂອງຮີດຄອງປະເພນີ ແລະ ວິຖີຊີວິດການເປັນຢູ່ຂອງປະຊາຊົນແຕ່ລະຊາດແລ້ວ ຍັງຖືວ່າເປັນກິດຈະກຳອັນຫນຶ່ງທີ່ຮັດແໜ້ນຄວາມສຳພັນທີ່ດີ ແລະ ລະຫວ່າງ ບັນດາສຳນັກງານຜູ້ຕາງໜ້າຖາວອນປະເທດອາຊຽນ ປະຈຳ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ກັບ ຫ້ອງການ ສປຊ ທີ່ ເຊີແນວ ນຳອີກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485621
ມື້ນີ້126
ມື້ວານ196
ອາທິດນີ້657
ເດືອນນີ້4926