ວັນທີ 22 ພະຈິກ 2016, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ພົນເອກ ສະເຫຼີມໄຊ ສິດທິສາດ, ເພື່ອສະແດງຄວາມຍິນດີໃນ ໂອກາດເຂົ້າຮັບຕຳແໜ່ງ ຜູ້ບັນຊາການທະຫານບົກ ຄົນໃໝ່.
ໃນໂອກາດພົບປະ, ທ່ານເອກອັກຄະລັດຖະທູດລາວໄດ້ ສະແດງຄວາມເສຍໃຈ ຕໍ່ການສະຫວັນນະຄົດ ຂອງພະເຈົ້າມະຫາຊິວິດພູມີພົນ ອະດຸນຍະເດດ ແລະ ກ່າວສະແດງຄວາມຂອບໃຈຕໍ່ ບັນດາໂຄງການຂອງພະອົງທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ເພື່ອພັດທະນາຄຸນນະພາບຊິວິດການເປັນຢູ່ ຂອງປະຊາຊົນລາວ ໂດຍສະເພາະສູນການພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ທີ່ມີຄວາມໝາຍເຊື່ອມສາຍສຳພັນລະຫວ່າງສອງປະເທດ ລວມທັງໄດ້ຢືນຢັນຄືນເຖິງຄວາມສຳພັນອັນດີງາມ ແລະ ມິດຕະພາບທີດີຖານບ້ານໃກ້ເຮືອນຄຽງລະຫວ່າງກັນຜ່ານກົນໄກຕ່າງໆ ພິເສດການຮ່ວມມືດ້ານຄວາມໝັ້ນຄົງ ໂດຍສະເພາະໃນຂອບຂອງຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຊາຍແດນທົ່ວໄປ ລາວ-ໄທ ທີ່ມີການຮ່ວມມືກັນຢ່າງໃກ້ຊິດ ໃນອານາຄົດອັນໃກ້ນີ້ຈະມີການປະຊຸມກອງເລຂາເພື່ອ ກະກຽມໃຫ້ແກ່ກອງປະຊຸມ JBC ຄັ້ງທີ່ 23 ໃນເດືອນທັນວາ 2016 ເຊິ່ງໄທຈະເປັນ ເຈົ້າພາບ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດແລະກຳນົດທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.
ທ່ານທູດຍັງຕີລາຄາສູງຕໍ່ການພົວພັນຂອງສອງຊາດກໍ່ຄືສອງກອງທັບລາວ-ໄທທີ່ນັບມື້ພັດທະນາຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ເປັນການປະກອບສ່ວນເຮັດໃຫ້ສະພາບຊາຍແດນຂອງ ສອງປະເທດມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນຂອງສອງປະເທດຢູ່ລຽບຊາຍແດນໄດ້ໄປມາຫາສູ່ເປັນປົກກະຕິ, ພ້ອມທັງສະແດງຄວາມຂອບໃຈທີ່ກອງທັບບົກໄທໄດ້ໃຫ້ການຊ່ວຍເຫຼືອກອງທັບລາວຕະຫລອດມາລວມທັງການໃຫ້ທືນດ້ານສຶກສາ, ວຽກງານການແພດ, ການຊ່ວຍ ເຫຼືອຝຶກຊ້ອມດ້ານການກູ້ໄພພິບັດແລະມະນຸດສະທຳຕະຫລອດຮອດການແລກປ່ຽນການຢ້ຽມຢາມ ເຊິ່ງ ກັນແລະກັນໃນລະດັບການນຳຂັ້ນສູງ ແລະ ເຫຼົ່າທັບດ້ວຍກັນຢ່າງເປັນປະຈຳ.
ໃນໂອກາດນີ້ ທ່ານທູດໄດ້ເນັ້ນຢ້ຳຄືນເຖິງແນວທາງນະໂຍບາຍການຕ່າງປະເທດຂອງ ສ.ປ.ປ ລາວ ແລະ ການພົວພັນຮ່ວມມືຢ່າງສະເໜີຕົ້ນສະເໝີປາຍ ໂດຍສະເພາະຕໍ່ກຸ່ມຄົນທີ່ບໍ່ຫວັງດີຕໍ່ການພົວພັນລາວ-ໄທ ແລະ ທ່ານທູດຍັງແຈ້ງໃຫ້ ທ່ານພົນເອກສະເຫຼີມໄຊສິດທິສາດ ຊາບວ່າໃນອານາຄົດຈະໄດ້ມີແຜນໄປຢ້ຽມຢາມແມ່ທັບພາກ2 ແລະ ພາກ3 ທີ່ຢູ່ຕາມຈັງຫວັດຊາຍແດນລາວ-ໄທ.
ທ່ານພົນເອກສະເຫຼີມໄຊສິດທິສາດໄດ້ສະແດງຄວາມຂອບໃຈ ແລະ ຍິນດີຕໍ່ມິດຕະພາບ ທີ່ລາວ ມີໃຫ້ກັບປະເທດໄທ ແລະ ຢືນຢັນວ່າກອງທັບບົກໄທຈະບໍ່ຍອມໃຫ້ປະເທດໃດມາໃຊ້ດິນແດນໄທເປັນ ຖານເພື່ອກໍ່ຄວາມບໍ່ສະຫງົບໃນປະເທດເພື່ອນບ້ານຢ່າງເດັດຂາດ.
ໃນວັນທີ 24 ພະຈິກທີ່ຜ່ານມານີ້, ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຮອງທີ່ປຶກສາທູດຝ່າຍທະຫານ ຍັງໄດ້ເຂົ້າຢ້ຽມຢາມ ພົບປະທ່ານ ພົນເອກ ໄຊຊານ ຊ້າງມົງຄຸນ ເພື່ອຊົມເຊີຍເນື່ອງໃນໂອກາດເຂົ້າຮັບຕຳ ແໜ່ງໃໝ່ເປັນຫົວໜ້າຫ້ອງການກະຊວງປ້ອງກັນປະເທດຄົນໃໝ່ອີກດ້ວຍ.
ໃນໂອກາດການພົບປະນີ້, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບເຖິງຄວາມຄືບໜ້າຂອງການຮ່ວມມື ຂອງສອງກອງທັບ ພ້ອມທັງຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ແຕກດອກອອກຜົນຕື່ມອີກ. ທ່ານ ພົນເອກ ໄຊຊານ ຊ້າງມົງຄຸນ ຍັງຖືໂອກາດນີ້ກ່າວສະແດງຄວາມຂອບ ມາຍັງກອງທັບປົດປ່ອຍປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອຸ່ນແກ່ຄະນະຜູ້ແທນຂັ້ນສູງກອງທັບໄທທີ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ທີ່ນະຄອນຫຼວງວຽງຈັນ ໃນຕົ້ນເດືອນທີ່ຜ່ານມາ.