ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດແຫ່ງ ສປປລາວ ປະຈໍາຣາຊະອານາຈັກໄທ ຮ່ວມງານຮ້ອຍໃຈໄທພວນຄັ້ງທີ 33

lao thai hj

ໃນວັນ​ທີ 18 ທັນວາທີ່​ຜ່ານ​ມານີ້, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າຫ້ອງການສະຖານທູດພ້ອມດ້ວຍ ຄະນະໄດ້ໃຫ້​ກຽດ​ເຂົ້າຮ່ວມ​ງານຮ້ອຍໃຈໄທພວນ ຄັ້ງທີ 33 ທີ່​ຈັດ​ຂຶ້ນ​ທີ່ສະໂມສອນທະຫານ ປືນໃຫ່ຍ ເຂດກຸງເທບມະຫານະຄອນ ໂດຍ ມີ​ທ່ານ​ພ​ົນ​ໂທ ທະ​ນະ​ພັດ ສີ​ຄຸນ​ໄຊ​ພັດ, ປະ​ທານ​ສະ​ມາ​ຄົມ​ໄທ​ພວນ​ແຫ່ງ​ປະ​ເທດ​ໄທ ພ້ອມດ້ວຍພີນ້ອງ ຊາວໄທພວນ ຈາກ 23 ຈັງຫວັດເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.

ການ​ຈັດ​ງານ​ຄັ້ງ​ນີ້​ແມ່ນ​ເປັນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມາ​ຄີ​ສຶບ​ທອດ​ວັດ​ທະ​ນາ​ທຳ​ຂອງ​ຊົນ​ເຜົ່າ​ໄທ​ພວນ​ທີ່​ມີ​ຕົ້ນ​ກຳ​ເນີດ​ບັນ​ພະ​ບຸ​ລຸດ​ຈາກຊາວ​ພວນ​ແຂວງ ຊຽງ​ຂວາງ.

ໃນ​ໂອ​ກາດ​​ດັ່ງ​ກ່າວ, ທ່ານ ກິ່ງ​ໂພ​ແກ້ວ ພົມ​ມະ​ຫາ​ໄຊ ໄດ້​ກ່າວ​ສະ​ແດງ​ຄວາມ​ດີ​ໃຈ ແລະ ຕີ​ລາ​ຄາ​ສູງ​ການ​ຈັດ​ບຸນ​ສຶບ​ທອດ​ປະ​ເພ​ນີ​ວັດ​ທະ​ນາ​ທຳ​ໄທ​ພວນ; ຊົມ​ເຊີຍ​ຄວາມ​ສາ​ມາ​ຄີ ແລະ ​ເຕົ້າ​ໂຮມ​ເປັນ​ປຶກ​ແຜ່ນ​ຂອງ​ເຜົ່າ​ພວນ ທີ່​ມີ​ສະ​ມາ​ຄົມ​ໄທ​ພວນ​ແຫ່ງ​ປະ​ເທດ​ໄທ​ເປັນ​ສູນ​ກາງ​ເຕົ້າ​ໂຮມ​ເພື່ອ​ພ້ອມ​ກັນ​ອ​ະ​ນຸ​ລັກ​ຮັກ​ສົ່ງ​ເສີມ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນາ​ທຳ​ອັນ​ດີ​ງາມ​ຂອງ​ບັນ​ພະ​ບຸ​ລຸດ​ເອົາ​ໄວ້​ຢ່າງ​ໝັ້ນ​ຄົງ. ນອກ​ນັ້ນ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຍັງ​ໄດ້​ຖື​ໂອ​ກາດ​ເຊີນ​ຊວນ ພີ​ນ້ອງ​ຊາວ​ພວນ​ຢູ່​ໄທ​ໃຫ້​ໄປ​ຢ້ຽມ​ຢາມ ສ.ປ.ປ ລາວ ໂດຍ​ສະ​ເພາະ​ແຂວງ​ຊຽງ​ຂວາງ​ທີ່​ເປັນ​ຖິ່ນ​ກຳ​ເນີດ​ຂອງ​ບັນ​ພະ​ບຸ​ລຸດ​ຊາວ​ພວນ​ດ້ວຍ.

ໃນ​ງານ​ບຸນ​ດັ່ງ​ກ່າວ​ໄດ້​ມີ​ການ​ສະ​ແດງ​ສີ​ລະ​ປະ​ຂັບ​ລຳ ແລະ ຟ້ອນ​ຂອງ​ຄົນ​ພວນ​ຢ່າງ​ມ່ວນ​ຊື່ນ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ​ເຊິ່ງ​ສາ​ມາດ​ສະ​ທ້ອນ​ພາບ​ແຫ່ງ​ຄວາມ​ເປັນ​ເອ​ກະ​ລັກ​ການ​ຂັບ​ລຳ-ຟ້ອນ ແລະ ການ​ນຸງ​ຖຶ​ແບບ​ພວນ​ຊຽງ​ຂວາງ​ໄດ້​ດີ​ພໍ​ສົມ​ຄວນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484537
ມື້ນີ້53
ມື້ວານ188
ອາທິດນີ້975
ເດືອນນີ້3842