ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານເອກອັກຄະລັດຖະທູດ ຣັດເຊຍ ປະດັບຫຼຽນຍ້ອງຍໍ ໃຫ້ແກ່ອະດີດທູດລາວ ປະຈຳ ລັດເຊຍ

 

Russianambassadorgivemedaltolaos1

 

ໃນວັນທີ 8 ກຸມພາ 2017, ທີ່ ສະຖານເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ, ທ່ານ ທ່ຽງ ບຸບຜາ, ອະດີດເອກອັກຄະລັດຖະທູດວີສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ ໄດ້ຮັບຫລຽນຍ້ອງຍໍຂອງກະຊວງການຕ່າງປະເທດ ຣັດເຊຍ, ຊຶ່ງເປັນກຽດມອບໂດຍ ທ່ານ ມີຄາອີນ ບາຣານນົບ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໂດຍມີ ທ່ານ ບຸນເຫລືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ແລະ ຕາງໜ້າກົມພາຍໃນກະຊວງການຕ່າງປະເທດ ແລະ ລວມທັງ ພະນັກງານສະຖານທູດ ຣັດເຊຍ ເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບຫຼຽນດັ່ງກ່າວ.

ການມອບຫລຽນຍ້ອງຍໍຂອງກະຊວງການຕ່າງປະເທດ ຣັດເຊຍ ​ໃຫ້​ແກ່ ທ່ານ ທ່ຽງ ບຸບຜາ ໃນຄັ້ງ​ນີ້ ​ແມ່ນຜົນງານຂອງຜູ້ກ່ຽວໃນໄລຍະປະຕິບັດໜ້າທີ່ການທູດຢູ ຣັດເຊຍ ແຕ່ປີ 2011-2016 ທີ່ໄດ້​ການ​ປະກອບ​ສ່ວຍ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື ​ມີ​ມາ​ແຕ່​ຍາວ​ນານ ລະຫວ່າງ ລາວ-ຣັດ​ເຊຍ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງຕະຫລອດ​ມາ ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ຊຸກຍູ້​ໃຫ້​ມີ​ການ​ແລກ ປ່ຽນ​ການຢ້ຽມຢາມ​ໄປມາຫາສູ່​ກັນ ລະຫວ່າງ ການ​ນໍາ​ຂັ້ນ​ສູງ​ຂອງ ສປປ ລາວ ​ແລະ ສະຫະພັນ ຣັດ​​ເຊຍ ຢ່າງ​ເປັນ​ປົກກະ​ຕີ, ຊຶ່ງ​ມາ​ໃນ​ໄລຍະ​ໃໝ່​ ການ​ພົວພັນ​ຮ່ວມ​ມືຂອງ​ສອງ​ປະ​ເທດ ລາວ-ຣັດ​ເຊຍ ​ໄດ້​ກ້າວ​ຂຶ້ນ​ສູ່​​ລະດັບ​ໃໝ່ ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນໍາ​ກັນ.

ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ​ແລ້ວ ​ທ່ານ ທ່ຽງ ບຸບຜາ​ ຍັງ​ມີ​ບົດບາດປະກອບ​ສ່ວນ​​ຊຸກຍູ້ການ​ຮ່ວມ​ມືດ້ານ​​ເສດຖະກິດ-​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ສື​ກສາ-​ວັດທະນະ​ທໍາ ​ແລະ ດ້ານ​ອື່ນໆ. ຕໍ່​ຜົນງານ​ ​​​ແລະ ຄຸນ ງາມຄວາມດີ ​ໃນ​ການ​ປະກອບສ່ວນ​ຢ່າງ​ຫ້າວຫັນດັ່ງກ່າວ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດ​ເຊຍ ຈຶ່ງ​ໄດ້​ມອບ​ຫຼຽນຍ້ອງຍໍ​ ​ໃຫ້​ແກ່ ທ່ານ ທ່ຽງ ບຸບຜາ, ອະດີດເອກອັກຄະລັດຖະທູດວີສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ ໃນໂອກາດຈົບການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ຣັດເຊຍ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480316
ມື້ນີ້146
ມື້ວານ157
ອາທິດນີ້714
ເດືອນນີ້6547