ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ຮ່ວມງານສືບສານວັດທະນາທຳປະເພນີໄທພວນ ປະຈຳ ປີ 2017

Thai Phuan

 

ວັນທີ 18 ກຸມພາ 2017 ນີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ໄດ້ໃຫ້ກຽດເຂົ້າຮ່ວມງານສືບສານປະເພນີວັດທະນະທໍາໄທພວນ ແລະ ທອດຜ້າປ່າສາມາຄີ ຄັ້ງທີ 59 ປະຈໍາປີ 2017, ຈັດຂຶ້ນທີ່ໂຮງຮຽນບ້ານຫລັບມິນພວນ, ຕຳບົນຈອມຈັນ, ອຳເພີວຽງສາ, ຈັງຫວັດນ່ານ ໂດຍມີ ທ່ານ ໄພສານ ວິມົນລັດ, ຜູ້ວ່າຣາຊາການຈັງຫວັດນ່ານ, ອຳນາດການປົກຄອງທຸກຂັ້ນຕະຫລອດຮອດພໍ່ແມ່ປະຊາຊົນຊາວຈັງຫວັດນານ ແລະ ຊາວໄທພວນຈາກ 23 ຈັງຫວັດຂອງ ປະເທດໄທເຂົ້າຮ່ວມຫລາຍກວ່າ 3000 ຄົນ.

 

ໃນໂອກາດກ່າວຄໍາປາໄສໃນພິທີເປີດບຸນປະເພນີປະຈໍາປີໄທພວນແຫ່ງປະເທດໄທຄັ້ງນີ້; ທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງພີນ້ອງໄທພວນຈັງຫວັດນ່ານ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດນານ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍ້ອງຍໍຊົມເຊີຍການຈັດບຸນດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕູ້ມຫໍ່ກັນແໜ້ນໜາຂອງຊາວໄທພວນຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະໜົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້, ເປັນຄວາມປະທັບໃຈທີ່ໄດ້ພົບພໍ້ພີ່ນ້ອງພວນທີ່ບໍ່ລືມຮີດເກົ່າຄອງຫລັງ, ຍັງບໍ່ລືມແຜ່ນດິນບັນພະບຸລຸດ; ຜ່ານມາພີ່ນ້ອງໄທພວນຫລາຍຄົນກໍ່ໄດ້ຫວນຄືນໄປຢ້ຽມຢາມຖາມຂ່າວພີ່ນ້ອງພວນ ຢູ່ ສປປ ລາວ ເຊິ່ງໄດ້ສະແດງເຖິງຄວາມຮັກຕໍ່ແຜ່ນດິນບັນພະບຸລຸດ, ເປັນການປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາການພົວພັນອັນດີງາມ ລະຫວ່າງ ລາວ-ໄທ. ເວົ້າລວມ, ເວົ້າສະເພາະລະຫວ່າງພີ່ນ້ອງພວນຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.

 

ບຸນປະເພນີສືບສານປະເພນີວັດທະນະທໍາໄທພວນ ຖືກຈັດຂຶ້ນທຸກປີ ເຊິ່ງມີສະມາຄົມໄທພວນແຫ່ງປະເທດໄທ ເປັນເສົາຫລັກ, ປ່ຽນຜຽນກັນໄປແຕ່ລະຈັງຫວັດຕາມເງື່ອນໄຂ ສະເພາະປີນີ້ມີກິດຈະກຳຫລາຍຢ່າງລວມທັງພິທີທາງສາດສະໜາ, ການແຂ່ງຂັນກິລາພື້ນເມືອງ, ການສະແດງສິນລະປະຂອງໄທພວນ 23 ຈັງຫວັດ ແລະ ການປະກວດສາວງາມໄທພວນ ເຊິ່ງກິດຈະກຳທັງໝົດ ແມ່ນເປັນການສະທ້ອນໃຫ້ເຫັນເຖິງວັດທະນາທຳ ວິທີດຳລົງຊິວິດຂອງຊາວໄທພວນໃຫ້ຄົນ ລຸ້ນຫລັງໄດ້ຮັບຮູ້ ແລະ ເປັນການອະນຸລັກວັດທະນຳທຳປະເພນີຂອງຄົນໄທເຊື້ອສາຍພວນໃຫ້ຄົງຢູ່ຕະຫລອດໄປ.

 

ໄທພວນແຫ່ງປະເທດໄທ ແມ່ນມີຖິ່ນກຳເນີດທີ່ ແຂວງຊຽງຂວາງ ສປປ ລາວ ມາຫຼາຍກວ່າ 1162 ປີ ແລະ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນປະເທດໄທ ໄດ້ຫຼາຍກວ່າ 400 ປີມາແລ້ວ.

 

ກ່ອນໜ້ານັ້ນ ໃນຕົ້ນເດືອນກຸມພາທີ່ຜ່ານມາ, ທ່ານ ຫລີ ບຸນຄ້ຳ ແລະ ຄະນະ ກໍ່ໄດ້ເຂົ້າຮ່ວມງານສືບສານວັດທະນາທຳຂອງຊຸມຊົນຊາວຜູ້ໄທ ຫລື ຜູ້ໄທໂລກ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ອຳເພີເລິງນົກທາ, ຈັງຫວັດຍະໂສທອນ, ໂດຍມີຊາວຜູ້ໄທຈາກ ຈັງຫວັດຕ່າງໆຂອງໄທ ເຂົ້າຮ່ວມຫລາຍກວ່າ 2000 ຄົນ. ໃນງານມີ​ການ​ສະ​ແດງ​ສິ​ລະ​ປະຂອງ​ພີ່ນ້ອງຄົນໄທເຊື້ອຜູ້ໄທຈາກຈັງຫວັດ (ແຂວງ) ຕ່າງໆຢ່າງມ່ວນຊື່ນ, ເຊິ່ງ​ສ່ອງ​ແສງ​ເຖິງ​ການ​ອະ​ນຸ​ລັກ​ການ​ນຸ່ງ​ຖື, ການ​ຟ້ອນ-ຮ້ອງ​ລຳ​ແບບ​ຜູ້ໄທທີ່ອ່ອນ​ຊ້ອຍ​ງົດ​ງາມ, ສືບສານ ແລະ ອະນຸລັກມູນມໍລະດົກຕົກທອດອັນລ້ຳຄ່າດ້ານວັດທະນາທຳ ຂອງບັນພະບຸລຸດພວກຕົນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484543
ມື້ນີ້59
ມື້ວານ188
ອາທິດນີ້981
ເດືອນນີ້3848