ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ອໍານວຍການໃຫຍ່ ຫ້ອງການ ສປຊ, ທີ່ ເຊີແນວ

EmbKhamIn SerNel

 

ໃນວັນທີ 09 ກຸມພາ 2017, ທ່ານ ຄໍາອິນ ຄິດຈະເດດ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ Michael Moller, ຜູ້ອໍານວຍການໃຫຍ່ ຫ້ອງການ ສປຊ ທີ່ ເຊີແນວ, ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ.

 

ໃນໂອກາດນີ້, ທ່ານທູດ ຄໍາອິນ ຄິດຈະເດດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂ ອງທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຝາກເຖິງທ່ານ Michael Moller, ພ້ອມທັງໄດ້ສະແດງ ຄວາມຂອບໃຈມາຍັງອົງການ ສປຊ ແລະ ອົງການເຄື່ອຂ່າຍທັງໝົດຂອງ ສປຊ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອລັດຖະບານ ແລະ ປະຊາຊົນລາວ ໃນການພັດທະນາເສດຖະກິດ ແລະສັງຄົມ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກອົງການ ສປຊ ຕໍ່ໄປອີກໃນອະນາຄົດ. ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ຂອບການຮ່ວມມື ແລະ ການເຄື່ອນໄຫວວຽກງານຂອງອົງການ ສປຊ, ໂດຍໄດ້ນໍາເອົາເນື້ອໃນສໍາຄັນຂອງເປົ້າໝາຍການພັດທະນາແບບຍືນຍົງ ຫລາຍກ່ວາ 50 % ເຂົ້າໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຂອງຕົນ. ໃນນີ້, ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດເພີ່ມ ແລະ ຮັບຮອງເປົ້າໝາຍທີ່ 18 ກ່ຽວກັບ ການເກັບກູ້ລະເບີດບໍ່ທັນແຕກ, ເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງດັ່ງກ່າວ. ຈຸດປະສົງຂອງເປົ້າໝາຍທີ 18 ແມ່ນເພື່ອຫລຸດຜ່ອນຈຳນວນຜູ້ບາດເຈັບຈາກລະເບີດບໍ່ທັນແຕກ, ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ເກັບກູ້ລະເບີດ ໃນເນື້ອທີ່ທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຍາກ. ທ່ານ ບັນກີມູນ, ອະດີດ ເລຂາທິການໃຫຍ່ ອົງການ ສປຊ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການຮັບຮອງເປົ້າໝາຍທີ 18 ຢ່າງເປັນທາງການ, ໃນໂອກາດ ກອງປະຊຸມສຸດຍອດ ອາຊຽນ-ສປຊ ໃນເດືອນກັນຍາ 2016 ທີ່ຜ່ານມາ. ສຸດທ້າຍ, ທ່ານທູດ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນຈະສຸມທຸກເຫື່ອແຮງ ເພື່ອສົ່ງເສີມການຮ່ວມມືກັບອົງການ ສປຊ ແລະ ອົງການເຄື່ອຂ່າຍຕ່າງໆທັງໝົດ ຂອງ ສປຊ ທີ່ມີສໍານັກງານຕັ້ງຢູ່ ເຊີແນວ. ທ່ານ Michael Moller ໄດ້ສະແດງຄວາມຊົມເຊີຍ ທ່ານທູດ ຄໍາອິນ ຄິດຈະເດດ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນ ເອກະອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ຫ້ອງການ ສປຊ ແລະ ອວຍພອນໃຫ້ທ່ານທູດ ຈົ່ງໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດ ຢ່າງຈົບງາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480335
ມື້ນີ້165
ມື້ວານ157
ອາທິດນີ້733
ເດືອນນີ້6566