ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງ ຕໍ່ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ

EmbKhamIn WTO

 

ໃນວັນທີ 23 ກຸມພາ 2017, ທ່ານ ຄໍາອິນ ຄິດຈະເດດ, ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສະຫະປະຊາຊາດ ທີ່ ເຊີແນວ, ໄດ້ຍື່ນ​ສານ​ຕາຕັ້ງຕໍ່ ທ່ານ ໂຣແບກໂຕ ອາເຊເວໂດ, ຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ, ​ເພື່ອ​ເປັນຜູ້ຕາງໜ້າ​ຖາວອນ​ ແຫ່ງ ສປປ ລາວ ປະຈໍາອົງການການ​ຄ້າ​ໂລກ.

 

ໃນ​ໂອກາດນີ້, ທ່ານເອກອັກຄະ​ລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ ທີ່​ໄດ້​​ໃຫ້ການຕ້ອນຮັບໃນ​ການຍື່ນ​ສານ​ຄັ້ງນີ້ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ອົງການການ​ຄ້າ​ໂລກ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຕໍ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ. ພ້ອມດຽວ​ກັນນັ້ນ, ທ່ານ​ທູດ​ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ເຖິງ ທ່ານຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ທີ່ທ່ານໄດ້ນໍາພາອົງການການຄ້າໂລກ ໃນສະໄໝຜ່ານມາ ແລະ ໄດ້ຖືກໄວ້ວາງໃຈຈາກສະມາຊິກ ຖືກ​ເລືອກ​ຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ເປັນຄັ້ງທີສອງ.

 

ທັງສອງທ່ານ ໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ສະພາບການພັດທະນາການຄ້າ ແລະ ເສດຖະກິດຂອງພາກພື້ນ ​ແລະ​ສາກົນ. ທ່ານ​ເອກະ​ອັກຄະ​ລັດຖະທູດ ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ ສປປ ລາວ ຕໍ່​ອົງການ​ການ​ຄ້າ​ໂລກ ​ແລະ ​ເຫັນ​ວ່າ ອົງການ​ດັ່ງກ່າວ ​ແມ່ນ​ເປັນ​ອົງການ​ທີ່​ສຳຄັນ​ໃນ​ການ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ສະມາ​ຊິກ; ສະ​ເໜີ​ໃຫ້​ອົງການ WTO ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການຕ່າງໆ ​ໃຫ້ແກ່ປະເທດດ້ອຍພັດທະນາ ເຊິ່ງລວມທັງ ສປປ ລາວ ເພາະວ່າ​ປະ​ເທດ​ສະມາຊິກ ມີລະດັບ ​ແລະ ​ເງື່ອນ​ໄຂແຕກຕ່າງກັນ ​ເຊິ່ງມີທັງ ປະ​ເທດຮັ່ງມີ-ທຸກ​ຍາກ-​ໃຫຍ່-ນ້ອຍ ແລະ ມີ​ລະດັບ​ການ​ພັດທະນາ​ແຕກ​ຕ່າງ​ກັນ. ສປປ ລາວ ​ເປັນ​ປະ​ເທດ​ນ້ອຍ ​​ແລະ ດ້ອຍ​ພັດ​ທະນາ ມີ​ຄວາມ​ຈຳກັດ​ໃນ​ການ​ແຂ່ງຂັນ​ເມື່ອ​ທຽບ​ກັບປະ​ເທດ​ໃຫຍ່; ສະນັ້ນ, ສະ​ເໜີ​ໃຫ້​ WTO ມີ​ວິທີ​ການ ​ເພື່ອ​ເຮັດໃຫ້ປະເທດສະມາຊິກທັງ​ໝົດ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ນ້ອຍ ໄດ້ຮັບຜົນປະໂຫຍດ ຈາກການເຂົ້າ​ເປັນ​ສະມາຊິກ WTO. ທ່ານ ທູດເຊື່ອໝັ້ນວ່າ ພາຍໃຕ້ການນໍາຂອງ ທ່ານ ອາເຊເວໂດ ໃນຖານະຜູ້ອໍານວຍການໃຫຍ່ອົງການການຄ້າໂລກ ສະໄໝທີສອງນີ້ ຈະໄດ້ຮັບໝາກຜົນອັນຍິ່ງໃຫຍ່ກວ່າເກົ່າ ໂດຍສະເພາະການກະກຽມກອງປະຊຸມລັດຖະມົນຕີ ຄັ້ງທີ 11, ທີ່ ບູໂນສ ໄອເຣສ, ປະເທດອາກຊັງຕິນ ໃນທ້າຍປີນີ້.

 

ທ່ານຜູ້ອຳນວຍ​ການ​ໃຫຍ່ WTO ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ເຫັນດີຕໍ່ຄໍາສະເໜີ ຂອງທ່ານທູດ ຊຶ່ງເພິ່ນໄດ້​ເນັ້ນວ່າ ​ໃນ​ໄລຍະ​ຜ່ານ​ມາ ທາງ​ອົງການ​ ກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ປະເທດສະມາຊິກ ທີ່​ເປັນ​ປະ​ເທດດ້ອຍພັດທະນາ ໃນການຊ່ວຍເຫຼືອຫຼາຍຮູບແບບ, ແຕ່ສໍາຄັນແມ່ນ​ໃຫ້​ປະ​ເທດ​ສະມາຊິກ​ ສະ​ເໜີ​ຄວາມຕ້ອງການການຊ່ວຍເຫຼືອຂອງ​ຕົນແນວໃດຕໍ່ອົງການ, ເພິ່ນຍິນດີເປີດຮັບຂໍ້ສະເໜີຂອງ​ປະ​ເທດ​ສະມາຊິກທຸກເວລາ ເພາະວ່າ ສິ່ງທີ່ຕ້ອງການແມ່ນປະເທດກ່ຽວຂ້ອງຍ່ອມຮູ້ດີ ແລະ ເປັນເຈົ້າການໃນການສະເໜີ. ທ່ານຜູ້ອຳນວຍ​ການ​ໃຫຍ່ WTO ຍັງ​ໄດ້​ຊົມ​ເຊີຍ​ຕໍ່​ການ​ພັດທະນາ​ຂອງ ສປປ ລາວ ວ່າມີລະດັບຈັ່ງຫວະການພັດທະນາ​ເສດ​ຖະກິດ-ສັງຄົມ ລວມທັງດ້ານການຄ້າ​ໄດ້​ດີ ​ແລະ​ ໝັ້ນຄົງ. ສປປ ລາວ ເປັນເທດທີ່ມີທີ່ຕັ້ງຍຸດທະສາດ ແລະ ເໝາະສົມແກ່ການເຊື່ອມໂຍງເສດຖະກິດກັບບັນດາປະເທດໃນພາກພື້ນ ແລະ ​ມີ​ຄວາມ​ອາດ​ສາມາດ​ທີ່​ຈະກາຍເປັນສູນກາງ (Hub) ແຫ່ງການໃຫ້ບໍລິການຂອງພາກພື້ນໄດ້ໃນອະນາຄົດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485414
ມື້ນີ້115
ມື້ວານ227
ອາທິດນີ້450
ເດືອນນີ້4719