ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄັ້ງທໍາອິດ ຂອງບັນດາຈຸດປະສານງານເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ (ປພຍ) ຢູ່ ສປປ ລາວ

SDGsMeeting1

 

SDGsMeeting2

 

ໃນວັນທີ 14 ມີນາ 2017 ນີ້, ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບ ການຕົກລົງຂອງທ່ານນາຍົກລັດຖະມົນຕີ ເຫັນດີເປັນປະທານຄະນະຊີ້ນໍາລະດັບຊາດ ໂດຍມີຮອງປະທານ 2 ທ່ານ ຄື: ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເປັນຮອງປະທານ ທັງເປັນຜູ້ປະຈໍາການ ແລະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານຜູ້ທີສອງ,​ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດກອງປະຊຸມບັນດາຈຸດປະສານ ທີ່ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການຈາກກະຊວງ ແລະ ອົງການທຽບເທົ່າທີ່ກ່ຽວຂ້ອງທັງໝົດ 22 ພາກສ່ວນ ລວມທັງໝົດ 50 ກວ່າທ່ານ. ກອງປະຊຸມ ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ,​ ຫົວໜ້າກົມອົງການຈັດຕັ້ງສາກົນ, ທັງເປັນຫົວໜ້າກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ມີຄະນະກອງເລຂາ ຮ່ວມເປັນປະທານ ຄື: ທ່ານ ນາງ ພອນວັນ ອຸທະວົງ, ຫົວໜ້າກົມແຜນການ, ກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າຫ້ອງການ ສູນສະຖິຕິແຫ່ງຊາດ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມການຈັດຕັ້ງປະຕິບັດ ປພຍ ທີ່ຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ກົນໄກການປະສານງານການຈັດຕັ້ງປະຕິບັດເປົ້າໝາຍ ປພຍ ໃນຕໍ່ໜ້າ ໃຫ້ແທດເໝາະກັບເງື່ອນໄຂ ແລະ ສະພາບການຕົວຈິງໃນ ສປປ ລາວ ລວມທັງພິຈາລະນາຕົວຊີ້ວັດແຫ່ງຊາດຂອງເປົ້າໝາຍການພັດທະນາແບບຍືນຍົງ ແລະ ເນື້ອໃນຂອງຮ່າງຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄະນະວິຊາການທີ່ເປັນຈຸດປະສານງານ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອເປັນນິຕິກໍາໃຫ້ການປະຕິບັດໜ້າທີ່ ແນໃສ່ຮັບປະກັນການເປັນເສນາທິການໃຫ້ແກ່ລັດຖະບານ ພ້ອມທັງປະສານສົມທົບກັບບັນກາຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ໃນການຊຸກຍູ້ຕິດຕາມ ແລະ ລາຍງານ ກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

 

ຜູ້ເຂົ້າຮ່ວມທັງໝົດໄດ້ມີການສົນທະນາປຶກສາຫາລື, ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບ ການປັບປຸງກົນໄກການປະສານງານ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນແຕ່ລະຂະແໜງການ ພ້ອມທັງໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປິ ຄັ້ງທີ 8, ຍຸດທະສາດການພັດທະນາ ປີ 2025 ແລະ ວິໄສທັດປີ 2030.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485696
ມື້ນີ້201
ມື້ວານ196
ອາທິດນີ້732
ເດືອນນີ້5001