ໃນວັນທີ 25 ມີນາ 2017, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ໄດ້ເຂົ້າຮ່ວມແຂ່ງຂັນກິລາມິດຕະພາບ ກັບ ສະຖານເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ທີ່ ສະຖານທູດຫວຽດນາມ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 55 ປີ (1962-2017) ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ຄົບຮອບ 40 ປີ (1977-2017). ເປັນກຽດເຂົ້າຮ່ວມຊົມການແຂ່ງຂັນໃນຄັ້ງນີ້ມີ ທ່ານ THACH DU, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ແລະ ພັນລະຍາ, ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ແລະ ພັນລະຍາ ພ້ອມດ້ວຍພະນັກງານສະຖານທູດ ລາວ-ຫວຽດນາມ ແລະ ນັກສຶກສາລາວ ເຂົ້າຮ່ວມທັງໝົດ ຈໍານວນ 70 ຄົນ, ໂດຍມີການແຂ່ງຂັນ 03 ປະເພດກິລາຄື: ກິລາຕີດອກປີກໄກ່, ກິລາເທັນນິດສ໌ ແລະ ກິລາປິ່ງປ່ອງ, ໂດຍມີການແຂ່ງຂັນຂອງທີມຍິງ, ທີມຊາຍ ແລະ ທິມປະສົມ, ການຈັດການແຂ່ງຂັນກິລາດັ່ງກ່າວ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ ແລະ ຄວາມສາມັກຄີແບບພິເສດຂອງສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງສອງສະຖານທູດ. ການແຂ່ງຂັນ ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ. ພາຍຫຼັງສໍາເລັດການແຂ່ງຂັນ ກໍໄດ້ມີການມອບຂັນລາງວັນເພື່ອເປັນທີ່ລະນຶກ ແລະ ຮ່ວມພາເຂົ້າສາມັກຄີ ພ້ອມທັງມ່ວນຊື່ນລໍາວົງສາມັກຄີຮ່ວມກັນ.