ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ໂຕກຽວ ຈັດງານພົບປະສ້າງເຄືອຄ່າຍນັກທຸລະກິດຍີ່ປຸ່ນ ປະຈຳປີ 2017

JPBussinessWeb

 

ໃນຕອນແລງຂອງວັນທິ 29 ມີນາ 2017, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ປະເທດ ຍີ່ປຸ່ນ ແລະ ​ສູນ​ອາ​ຊຽນ-ຍີ່ປຸ່ນ, ​ໄດ້ຮ່ວມກັນ​ຈັດ​ງານພົບ​ປະ​ສ້າ​ງ​ເຄືອ​ຄ່າ​ຍປະຈຳປີ 2017 ຂຶ້ນ, ທີ່ ສໍານັກງານຂອງສູນອາຊຽນ-ຍີ່ປຸ່ນ, ທີ່ໂຕກຽວ, ຊຶ່ງປີນີ້ໄດ້ດຳເນີນມາເປັນຄັ້ງທີ 5.

 

ຈຸດປະສົງຂອງການຈັດງານດັ່ງກ່າວຂຶ້ນ ເພື່ອຊຸກຍູ້ສົ່ງເສີມໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວ ຈາກປະເທດຍີ່ປຸ່ນ ໃຫ້ໄປທ່ອງທ່ຽວ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ເປັນການພົບປະ ລະຫວ່າງ ສະຖານທູດ ແຫ່ງ ສປປ ລາວ ກັບນັກທຸລະກິດ ແລະ ປະຊາຊົນຍີ່ປຸ່ນ. ນອກຈາກນັ້ນ, ກໍຍັງເປັນການແນະນໍາຕົວຂອງ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດລາວ ຜູ້ໃໝ່ ປະຈໍາ ປະເທດຍີ່ປຸ່ນ, ໃຫ້ບັນດາເຄືອຄ່າຍຊາບ, ຊຶ່ງມີແຂກເຂົ້າຮ່ວມຫຼາຍກວ່າ 250 ກວ່າຄົນ.

 

ໃນໂອກາດດຽວກັນ ທ່ານ ມາຊາຕາກະ ຟູຈິຕະ, ​ເລຂາ​ທີ​ການ​ໃຫຍ່ສູນ​ອາ​ຊຽນ-ຍີ່ປຸ່ນ, ກໍໄດ້ກ່າວເນັ້ນເຖິງ ທ່າແຮງ ແລະ ກາລະໂອກາດການລົງທຶນໃນ ສປປ ລາວ ຈະມີທ່ວງທ່າເພີ່ມຂຶ້ນ. ພ້ອມນັ້ນ, ສູນອາຊຽນຍີ່ປຸ່ນ ກໍຈະ ເພີ່ມທະວີການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືໃນຂົງເຂດຕ່າງໆ ໂດຍສະເພາະໃນຂົງເຂດວຽກງານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງຍີ່ປຸ່ນ ແລະ ບັນດາສະມາຊິກປະເທດອາຊຽນ ໃຫ້ເຕີບໃຫຍ່ຂະຫຍາຍໂຕຂຶ້ນເລື້ອຍໆ ແລະ ທ່ານຍັງໄດ້ຊົມເຊີຍຕໍ່ ສປປ ລາວ ທີ່ໄດ້ກາຍເປັນປະເທດ ທີ່ໃຜໆກໍ່ຢາກມາທ່ຽວຊົມຈາກທົ່ວໂລກ ແລະ ຍັງໄດ້ກ່າວວ່າສູນອາຊຽນຍີ່ປຸ່ນ ໄດ້ມອບ 2 ລາງວັນ ກ່ຽວກັບ ການທ່ອງທ່ຽວໃຫ້ແກ່ ສປປ ລາວ.

 

ໃນ​ໂອກາດກ່າວເປີດງານ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ, ໄດ້ເນັ້ນເຖິງສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ມີການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາ​ແຕ່ດົນນານ ທີ່ໄດ້ຖືກເສີມຂະຫຍາຍ ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ, ອັນໄດ້ເປັນການຊຸກຍູ້ໃຫ້ການລົງທຶນຂອງຍີ່ປຸ່ນ ທີ່ໄປລົງທຶນ ຢູ່ ສປປ ລາວ ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ກໍໄດ້ມີຈຳນວນຫຼາຍຂຶ້ນເຊັ່ນກັນ. ນອກຈາກນັ້ນ, ທ່ານທູດ ຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນສໍາຄັນ ໃນການພັດທະນາເສດຖະກິດແຫ່ງຊາດຂອງລາວເຮົາ, ເຊິ່ງໄດ້ເປັນກາລະໂອກາດທີ່ດີໃຫ້ແກ່ນັກລົງທຶນ ທີ່ສົນໃຈຈະໄປລົງທຶນ ຢູ່ ສປປ ລາວ ແລະ ຕໍ່ກັບນະໂຍບາຍການລົງທຶນຂອງ ສປປ ລາວ ທ່ານທູດ ກໍໄດ້ອະທິບາຍໃຫ້ນັກລົງທຶນ ໄດ້ມີຄວາມເຂົ້າໃຈ ແລະ ຮັບຊາບ ຕໍ່ນະໂຍບາຍການລົງທຶນໃໝ່ຂອງລັດຖະບານລາວ. ຕໍ່ກັບການທ່ອງທ່ຽວລາວທີ່ນັກທ່ອງທ່ຽວຈາກທົ່ວໂລກກໍາລັງໃຫ້ຄວາມສົນໃຈ, ທ່ານທູດ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປີດສາຍການບິນໂດຍກົງ ລະຫວ່າງ ສະໜາມບິນ ນາຣິຕະ (ປະເທດຍີ່ປຸ່ນ) ແລະ ວຽງຈັນ (ສປປລາວ) ໃນເວລາອັນໃກ້ນີ້.

 

ຫລັງຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງສະຫວັນນະເຂດ, ກໍໄດ້ກ່າວເຖິງການພັດທະນາຂອງແຂວງສະຫວັນນະເຂດ ແລະ ທ່າແຮງຕ່າງໆຂອງແຂວງ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະ ໄປທ່ອງທ່ຽວຢູ່ແຂວງ, ໂດຍສະເພາະທ່ານເຈົ້າແຂວງ ໄດ້ເນັ້ນເຖິງນະໂຍບາຍຂອງແຂວງ ຕໍ່ກັບການລົງທຶນໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ. ໃນໂອກາດກ່າວຍົກຈອກອວຍພອນເປັນກຽດໂດຍ ທ່ານ ອິຊືໂອະ ຮາຊິໂມໂຕະ, ປະທານສະມາຄົມລາວ-ຍີ່ປຸ່ນ, ອະດີດທູດປະຈຳລາວ, ກໍໄດ້ກ່າວຫວນຄືນ ກ່ຽວກັບ ສາຍພົວພັນການຮ່ວມມືຊ່ວຍເຫຼືອ, ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ແລະ ກິດຈະກໍາການແລກປ່ຽນຕ່າງໆໃນໄລຍະຜ່ານມາ ໂດຍທ່ານເຊື່ອໝັ້ນວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ ຈະເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ.

 

ງານພົບປະສ້າງເຄືອຄ່າຍກັບນັກທຸລະກິດຍີ່ປຸ່ນໃນປີນີ້ ແມ່ນມີຄວາມຟົດຟື້ນເປັນພິເສດ ແລະ ສ້າງຄວາມສົນໃຈໃຫ້ແຂກເຂົ້າຮ່ວມຫຼາຍກວ່າປີທີ່ຜ່ານມາ ກໍຍ້ອນການໃຫ້ກຽດເຂົ້າຮ່ວມປາຖາກະຖາຂອງທ່ານເຈົ້າແຂວງສະຫວັນນະເຂດ ແລະ ອະດີດທູດຍີ່ປຸ່ນປະຈຳລາວ ຊຶ່ງໄດ້ເຮັດໃຫ້ບັນຍາກາດໃນງານໄດ້ມີຄວາມຟົດຟຶ້ນດີ; ບັນດານັກທຸລະກິດ ແລະ ບັນດາແຂກຜູ້ເຂົ້າຮ່ວມ ກໍໄດ້ມີໂອກາດພົບປະ ແລະ ປຶກສາຫາລືແລກປ່ຽນຂໍ້ມູນຄວາມຄິດເຫັນແບບກົງໄປກົງມາ ລະຫວ່າງ ນັກທຸລະກິດຍີ່ປຸ່ນ ທີ່ໄດ້ໄປລົງທຶນ ຢູ່ ສປປ ລາວ ແລ້ວ ແລະ ນັກທຸລະກິດທີ່ສົນໃຈ ແລະ ກຳລັງສຶກສາຊອກຫາຊ່ອງທາງໃນການໄປດຳເນີນທຸລະກິດ ຢູ່ ສປປ ລາວ. ນອກນັ້ນ, ບັນດາແຂກທີ່ເຂົ້າຮ່ວມງານ ຍັງໄດ້ຊີມອາຫານທີ່ເປັນເອກະລັກຂອງລາວອີກດ້ວຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480228
ມື້ນີ້58
ມື້ວານ157
ອາທິດນີ້626
ເດືອນນີ້6459