ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານ​ເອກ​ອັກຄະ​ລັດຖະທູດລາວປະ​ຈໍາ ຣາຊະອານາຈັກໄທ ສະຫລອງປີໃໝ່ລາວ ພ.ສ 2560

 

thai1

 

 

ໂດຍອີງຕາມສະພາບຕົວຈິງຂອງປະເທດເຈົ້າພາບທີ່ຍັງຢູ່ໃນໄລຍະໄວ້ທຸກໃຫ້ແກ່ເຈົ້າຊິວິດຣາຊາການທີ 9, ແຕ່ເພື່ອຮັກສາໄວ້ຊຶ່ງຮີດຄອງປະເພນີ, ໃນຕອນເຊົ້າຂອງວັນທີ 10 ເມສານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີບາສີ ແລະ ສູ່ຂວັນໃຫ້ແກ່ຄະນະນຳ ແລະ ພະນັກງານຂອງສະຖານທູດ, ເນື່ອງໃນໂອກາດສົ່ງທ້າຍປິເກົ່າ ພສ 2559 ແລະ ຕ້ອນຮັບປີໃໝ່ ພ. 2560, ໂດຍພິທີໄດ້ເລີ່ມຕົ້ນຂຶ້ນດ້ວຍການໃສ່ບາດ ແລະ ຖະຫວາຍຈັງຫັນໃຫ້ແກ່ພະພິຂຸສົງລາວ ຈຳນວນ 9 ອົງ ທີ່ກຳລັງສືກສາຮ່ຳຮຽນທີ່ປະເທດໄທ.

ໂອກາດ​ດັ່ງກ່າວ, ທ່ານ​ ຫລີ ບຸນຄ້ຳ , ເອກອັກຄະລັດຖະທູດລາວ ປະຈຳ ປະເທດໄທ ​ໄດ້​​ອວຍພອນ​ໃຫ້ບັນດາ​ພະນັກງານ-​ລັດຖະກອນພາຍໃນສະຖານທູດ ແລະ ຜູ້ທີ່ມາຮ່ວມງານທັງໝົດ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ມີ​ພະລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຈະ​ເລີ​ນກ້າວໜ້າ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່ການ​ງານຂອງ​ຕົນ​ທຸກ​ປະການ. ພ້ອມ​ນີ້, ທ່ານ ຫລີ ບຸນຄ້ຳ ຍັງ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້ ຕະຫລອດ​ໄລຍະ 1 ປີ ຜ່ານ​ມາ ​ເຊິ່ງມີ​ຜົນສຳ​ເລັດ​ໃນ​ຫລາຍໆ​ດ້ານ ປະກອບສ່ວນ​ເຮັດ​ໃຫ້​ສະຖານທູດ ກໍ່ຄືປະ​ເທດ​ຊາດມີ​ຄວາມ​ຈະ​ເລີ​ນກ້າວໜ້າ ​ແລະ ຮຸ່ງ​ເຮືອງ​ສີວິ​ໄລ ຂຶ້ນ​ເປັນ​ກ້າວໆ.

ໃນວັນດຽວກັນນີ້, ທ່ານ ໂງ ດຶກ ຖັງ, ​ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມປະຈໍາ ​ຣາຊະອານາຈັກໄທ ໄດ້ເຂົ້າອວຍພອນປີໃໝ່ລາວ ພ. 2560  ​ຕໍ່ ທ່ານທູດ ຫລີ ບຸນຄໍ້າ, ​ໂດຍມີພະນັກງານສອງສະຖານທູດ​​​ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ໄດ້​ກ່າວ​ອວຍພອນ​ປີ​ໃໝ່​, ຕີ​ລາຄາ​ສູງ​ການ​ພົວພັນ ​ຫວຽດນາມ-ລາວ ​ທີ່​ນັບ​ມື້​ແຕກ​ດອກ​ອອກ​ຜົນ, ​ສະ​ແດງ​ຄວາມເຊື່ອ​ໝັ້ນວ່າ​ ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ ສອງ​ປະ​ເທດ​ຈະ​ຍິ່ງ​ນັບ​ມື້​ງອກ​ງາມ​ຂຶ້ນ​ໄປ​​ເລື້ອຍໆ.

ໂອກາດ​ດັ່ງກ່າວ, ທ່ານ​ທູດ ຫລີ ບຸນຄໍ້າ ກໍ່​ໄດ້​ກ່າວ​ສະ​ແດງ​ຂອບ​ໃຈຕໍ່ຄໍາ​ອວຍພອນ​ທີ່​ດີງາມ ພ້ອມທັງຕີ​ລາຄາ​ສູງ​ການ​ພົວພັນ ລະຫວ່າງ ​ລາວ-ຫວຽດນາມ ທີ່​ນັບ​ມື​ກ້າວ​ສູ່​ລວງ​ເລິກ, ​​ເກີດ​ດອກ​ອອກ​ຜົນ​ໃນ​ຫລາຍ​ດ້ານ, ອວຍພອນ​ໃຫ້ສາຍ​ພົ​ວພັນ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະຫ​ວ່າງ ສປປ ລາວ ​ແລະ ສສ ຫວຽດນາມ ຈົ່ງ​ໝັ້ນຄົງ​ທະ​ນົງແກ່ນ ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ​ໄປ. ການສະຫລອງປີໃໝ່ລາວ ໃນຄັ້ງນີ້ແ ໄດ້ດຳເນີນໄປຢ່າງເບິກບານມ່ວນຊື່ນ, ເຕັມໄປດ້ວຍບັນຍາກາດອັນດີງາມ ຕັ້ງແຕ່ຕົ້ນຕະຫຼອດປາຍ.

 

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480286
ມື້ນີ້116
ມື້ວານ157
ອາທິດນີ້684
ເດືອນນີ້6517