ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ມຽນມາ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2560

Mynmar2560

 

ເພື່ອເປັນການສົ່ງເສີມ ແລະ ອະນຸລັກຮີດຄອງປະເພນີ ກໍຄືຮີດສີບສອງຄອງສີບສີ່ ທີ່ສືບຕໍ່ກັນມາແຕ່ບຸຮານນະການ;

 

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ. ມຽນມາ ໄດ້ຈັດງານບາສີສູ່ຂວັນ ແລະ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2560 ຂື້ນ, ໃນຕອນເຊົ້າຂອງວັນທີ 10 ເມສາ 2017, ຢູ່ ສະຖານທູດລາວ ທີ່ ຢັ້ງກຸ້ງ. ເປັນກຽດເຂົ້າຮ່ວມໃນງານມີຄະນະສະຖານທູດ, ພະນັກງານສະຖານທູດ, ຄົນລາວທີ່ດໍາລົງຊິວີດ ແລະ ເຮັດວຽກຢູ່ ສສ. ມຽນມາ, ນັກຮຽນ, ນັກສຶກສາ ແລະ ແຂກຖືກເຊີນ ຄື: ທ່ານເອກອັກຄະລັດຖະທູດຫວຽດນາມ, ທ່ານຮອງຫົວໜ້າສຳນັກງານສະຖານທູດ ແລະ ທ່ານທີ່ປຶກສາຝ່າຍປ້ອງກັນຊາດ ສສ. ຫວຽດນາມ ປະຈຳ ສສ. ມຽນມາ ພ້ອມຄອບຄົວ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດປະມານ 50 ທ່ານ.

 

ໃນພິທີ, ທ່ານ ສົມໄພ ວົງມະຫາຈັກ, ຮອງຫົວໜ້າສຳນັກງານໄດ້ກ່າວຈຸດປະສົງ ແລະ ລາຍການຂອງພິທີ ໂດຍທ່ານໄດ້ສະເໜີຫຍໍ້ ກ່ຽວກັບ ວັດຖຸປະສົງຂອງການຈັດງານ ແມ່ນເພື່ອບາສີສູ່ຂວັນໃຫ້ອ້າຍນ້ອງພະນັກງານ ຕາມຮິດຄອງປະເພນີທີ່ເຄີຍປະຕິບັດກັນມາໃນມື້ຂື້ນວັນປີໃໝ່ ເພື່ອປຸກຂັວນກຳລັງໃຈ ແລະ ອວຍພອນໃຫ້ປະສົບພົບພໍ້ແຕ່ໂຊກໄຊອັນໃໝ່ທີ່ໃຫ່ຍຫລວງກວ່າເກົ່າ ໃນໂອກາດປີໃໝ່ທີ່ຈະມາເຖິງ, ສິ່ງໃດທີ່ບໍ່ດີກໍໃຫ້ໄຫຼໄປນໍາປີເກົ່າ. ນອກຈາກນັ້ນ, ທ່ານຍັງກ່າວຕື່ມວ່າ: ບຸນປີໃໝ່ແມ່ນງານບຸນປະເພນີທີ່ໃຫ່ຍຂອງຊາດ, ຈັດຂື້ນກາງເດືອນເມສາຂອງທຸກປີໃນຂອບເຂດທົ່ວປະເທດ. ປະຊາຊົນລາວຖືເອົາບຸນປະເພນີນີ້ ເປັນການຂໍຄຳມາຄາໂທດຕໍ່ມານດາ, ບິດາ, ປູ່ຍ່າຕາຍາຍ ແລະ ຜູ້ເຖົ້າແກ່ຊົງຄຸນວຸດທິ ກໍຄື ຜູ້ມີບຸນຄຸນຄູບາອາຈານ. ການສະເຫຼີມສະຫຼອງປີໃໝ່ລາວມີຫລາຍກິດຈະກຳສຳຄັນ ແຕ່ໜຶ່ງໃນນັ້ນ ແມ່ນການບາສີສູ່ຂັວນ ແລະ ສົງນໍ້າອວຍພອນເຊິ່ງກັນ ແລະ ກັນ ເພື່ອຊໍາລະລ້າງສິ່ງບໍ່ດີໃຫ້ຫາຍໄປຈາກຕົນຕົວໃຫ້ໄປນຳປີເກົ່າ. ຈາກນັ້ນ, ທ່ານ ລີຢີ້ ໄຊຍະຊ່າງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ມຽນມາ ກໍໄດ້ຜ່ານບົດອວຍພອນປີໃໝ່ໃຫ້ແຂກ ແລະ ເຈົ້າພາບກໍຄືປວງຊົນທົ່ວໄປຕາມຮີດຄອງປະເພນີ.

 

ໃນຕອນເຊົ້າຂອງວັນດຽວກັນນັ້ນ ກໍໄດ້ມີພິທີສູດມົງຄຸນສະຖານທູດ ຫຼັງຈາກສໍາເລັດການສ້ອມແປງໃຫ່ຍ ໂດຍໄດ້ນິມົນພຣະສົງລາວ (ນັກສຶກສາສົງ) ຈໍານວນ 7 ອົງ ມາເຮັດພິທີສູດເສຍເຄາະ, ຮັບເອົາພອນເອົາໄຊໃນປີໃໝ່ລາວທີ່ຈະມາເຖິງ ພ້ອມທັງໄດ້ຖະຫວາຍສັນພາເພນ ແລະ ວັດຖຸປັດໃຈໃຫ້ແກ່ພຣະສົງຈຳນວນໜຶ່ງ.

 

ພິທີໄດ້ສີ້ນສຸດລົງດ້ວຍບັນຍາກາດເບີກບານມ່ວນຊື່ນ ກີນເຂົ້າສາມັກຄີ ແລະ ຮ່ວມມ່ວນຊື່ນລໍາວົງລາວ, ຊຶ່ງສ້າງຄວາມປະທັບໃຈໃຫ້ແຂກທີ່ມາຮ່ວມງານ ແລະ ທັງເປັນການເຜີຍແຜ່ ແລະ ອະນຸລັກຮິດປະເພນີຂອງຊາດລາວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484473
ມື້ນີ້177
ມື້ວານ273
ອາທິດນີ້911
ເດືອນນີ້3778