ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ປາຣີ ຈັດພິທີເຜີຍແຜ່ວຽກງານແມ່ຍິງລາວ

 

Paris.jpg

 

ໃນວັນທີ 28 ພຶດສະພາ 2017 ໃນໂອກາດເດີນທາງມາເຮັດວຽກທາງລັດຖະການ ເພື່ອເຂົ້າຮ່ວມ ກອງປະຊຸມອາເຊັມວ່າດ້ວຍການສ້າງ ຄວາມເຂັ້ມແຂງທາງດ້ານເສດຖະກິດຂອງແມ່ຍິງ ທີ່ປະເທດ ລີຕົວນີ, ນຳໂດຍ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ປະທານບໍລິຫານງານສູນກາງສະຫະພັນແມ່ຍິງ ລາວ ພ້ອມດ້ວຍຄະນະ ໄດ້ຖືໂອກາດດີ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ນະຄອນຫຼວງປາຣີ, ຄະນະດັ່ງກ່າວ ຮ່ວມກັບສະຖານທູດ ລາວ ໄດ້ຈັດສຳມະນາເຜີຍແຜ່ວຽກແມ່ຍິງລາວ ໃນວັນທີ 28 ພຶດສະພາ 2017 ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ປາຣີ, ເຊິ່ງມີເອື້ອຍນ້ອງແມ່ຍິງລາວ 70 ກວ່າທ່ານ ທີ່ດຳລົງຊີວິດ ທີ່ປະເທດຝຣັ່ງ ເຂົ້າຮ່ວມຟັງການເຜີຍ ແຜ່ຜົນສຳເລັດວຽກງານແມ່ຍິງທີ່ສາມາດຍາດມາໄດ້ ໃຫ້ເອື້ອຍນ້ອງແມ່ຍິງລາວໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມກ່ຽວ ກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທີ່ຍາມໃດກໍ່ເອົາໃຈໃສ່ກໍ່ສ້າງສົ່ງເສີມຄວາມຮູ້ຄວາມສາມາດຂອງເອື້ອຍນ້ອງແມ່ຍິງລາວ ຍົກສູງພາລະບົດບາດການນຳພາ. ໃນບາດກ້າວໃໝ່,  ແມ່ຍິງລາວແມ່ນມີຄວາມສາມາດຍາດ ໄດ້ຜົນສຳເລັດຫຼາຍຢ່າງ ເປັນກຳລັງແຮງໜຶ່ງທີ່ຊຸກຍູ້ຫົວໜ່ວຍເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວ ເຊິ່ງເຫັນໄດ້ຈາກການເຂົ້າຮ່ວມກອງປະຊຸມອາເຊັມ ທີ່ເວົ້າເຖິງການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງແມ່ຍິງ ເປັນອີກບາດກ້າວໜຶ່ງທີ່ຈະເປັນກຳລັງແຮງຍູ້ໜູນ ໃຫ້ເອື້ອຍນ້ອງແມ່ຍິງລາວເຮົາ ສາມາດເຮັດວຽກ ແລະ ເທົ່າທຽມກັບເພດຊາຍ ອັນເປັນການບົ່ງບອກເຖິງຄວາມສາມາດທີ່ແມ່ຍິງລາວຍາດມາໄດ້. ເຂົ້າຮ່ວມຮັບຟັງການສຳມະນາເຜີຍແຜ່ໃນຄັ້ງນີ້ມີ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຝຣັ່ງ ພ້ອມດ້ວຍພັນລະຍາ, ຄະນະກຳມະການແນວລາວສ້າງຊາດ ປະຈຳ ປະເທດຝຣັ່ງ ທ່ານ ສຸວັນລັງ ເພັດຈັນເພັງ, ທ່ານ ຈູມຄຳ ຫຼວງວັນ, ປະທານສຳພັນຄົນລາວ ທີ່ປະເທດຝຣັ່ງ, ຄະນະໜ່ວຍແມ່ຍິງລາວສຳພັນຄົນລາວ ແລະ ເອື້ອຍນ້ອງແມ່ຍິງລາວ ເຂົ້າຮ່ວມ.

ຜ່ານການໂອລົມຂອງທ່ານປະທານສະຫະພັນແມ່ຍິງລາວ ຄັ້ງນີ້, ເອື້ອຍນ້ອງແມ່ຍິງລາວຢູ່ ປະເທດຝຣັ່ງ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈເລິກເຊິ່ງກວ່າເກົ່າກ່ຽວກັບ, ສິດ, ໜ້າທີ່, ພາລະບົດບາດ ແລະ ທີ່ຕັ້ງຂອງແມ່ຍິງລາວ ໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດຂຶ້ນຕື່ມກ້າວໜຶ່ງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484562
ມື້ນີ້78
ມື້ວານ188
ອາທິດນີ້1000
ເດືອນນີ້3867