ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທິມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ສ.ເກົາຫລີ

korea mopkhg1

korea mopkhg2

​    ໃນ​​ວັນທີ 03 ກໍລະກົດ 2017, ທີ່ ສະຖານເອກອັກຄະລັດຖະທູດລາວ ປະຈຳ .​ເກົາຫລີ, ​ໄດ້ມີການຈັດຕັ້ງພິທີ ມອບ-ຮັບ ເຄື່ອງຊ່ວຍເຫລືອເປັນເກີບກິລາ ຈຳນວນ 1.000 ຄູ່, ມູນຄ່າປະມານ 30.000 ໂດລາສະຫະລັດ,ຈາກ 4 ອົງການຈັດຕັ້ງເອກະຊົນຄື: ​ ໂຮງຫມໍ ແບັກ ຂອງມະຫາວິທະຍາໄລ ອິນເຈ ແຫ່ງ ນະຄອນຫລວງເຊອູນ (Inje University Seoul Paik Hospital), Bluecross Medical Volunteers, Community Chest of Korea ແລະ ​ Unique Union ຂອງ .ເກົາຫລີ ໃຫ້ແກ່ ລາວ, ໂດຍການເຂົ້າຮ່ວມໃນພິທີມີ ທ່ານເອກອັກຄະລັດຖະທູດ ຄຳສວຍແກ້ວດາລາວົງ ແລະ ບັນດາປະທານຈາກ 4 ອົງການດັ່ງກ່າວ, ພ້ອມນີ້ຍັງມີ ທ່ານ ໂອ ມຽງວັນ, ປະທານສະມາຄົມມິດຕະພາບ ເກົາຫລີ-ລາວ, ບັນດາພະນັກງານສະຖານທູດ ແລະ ພະ​ນັກ​ງານ​ຂອງ​ບັນ​ດາ​ອົງ​ການ​, ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ​ລາວ ແລະ ນັກສຶກສາລາວ ທີ່ ສ.ເກົາ​ຫລີ ຈຳ​ນວນ​ຫນຶ່ງເຂົ້າຮ່ວມ.

 ຈຸດປະສົງຂອງການຊ່ວຍເຫລືອດັ່ງກ່າວແມ່ນເພື່ອແນໃສ່ເພື່ອຊ່ວຍເຫລືອປະຊາຊົນລາວຜູ້​​ຂາດເຂີນ ແລະ ດ້ອຍໂອກາດຢູ່ເຂດຫ່າງໄກສອກຫລີກ. ຜ່ານມາອົງການຈັດຕັ້ງດັ່ງກ່າວເຄີຍ​​ໃຫ້ການຊ່ວຍເຫລືອໃນລັກສະນະນີ້ຫລາຍເທື່ອ, ເຊິ່ງກໍ່ລວມມີທັງບໍລິຈາກເຄື່ອງນຸ່ງ ແລະ ເກີບ ໃຫ້ແກ່ເຂດຫ່າງໄກຊອກຫຼີກຂອງ ສປປ ລາວ.

       ​ໂອກາດດຽວກັນນີ້, ລະຫວ່າງສະຖານທູດ ແລະ ໂຮງຫມໍດັ່ງກ່າວກໍ່ໄດ້ຮ່ວມລົງນາມໃນບົດບັນທຶກຊ່ວຍຈຳເພື່ອຊ່ວຍເຫລືອປິ່ນປົວສຸຂະພາບຂອງພະນັກງານສະຖານທູດ ແລະ ຄົນລາວທີ່ອາໄສຢູ່ .ເກົາຫລີ ລວມທັງຄົນລາວອື່ນໆທີ່ສະເໜີຜ່ານທາງສະຖານທູດໃນລາຄານະໂຍບາຍເປັນພິເສດ​. ໂຮງ​​ມໍມະຫາວິທະຍາໄລດັ່ງກ່າວ ເປັນໂຮງຫມໍທີ່ມີເຄືອຂ່າຍກວ້າງຂວາງ ມີສາຂາ​​​ຈຳນວນ 35 ແຫ່ງ ໃນທົ່ວປະເທດ .ເກົາຫລີ.

       ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດລາວ ໄດ້ມອບໃບກຽດຕິຄຸນໃນນາມສະຖານທູດໃຫ້ແກ່ 4 ອົງການຈັດຕັ້ງດັ່ງກ່າວ ເພື່ອເປັນການຮູ້ບຸນຄຸນ ແລະ ຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473