ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ-ອົດສະຕຣາລີ ສືບຕໍ່ຮ່ວມມືດ້ານສິດທິມະນຸດ

 

HumanRightLaoAus

 

la humanright1

 

la humanright2

 

ໃນວັນທີ 18 ກໍລະກົດ 2017, ສປປ ລາວ ແລະ ອົດສະຕາລີ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 5 ທີ່ ນະຄອນຫຼວງວຽງຈັນ. ຝ່າຍລາວນຳໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໂດຍມີເຈົ້າໜ້າທີ່ຂັ້ນສູງຈາກ ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ສານປະຊາຊົນນະຄອນຫຼວງວຽງຈັນ, ກະຊວງພາຍໃນ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບັນດາກົມກ່ຽວຂ້ອງໃນກະຊວງການຕ່າງປະເທດ. ຝ່າຍອົດສະຕາລີ ນຳໂດຍ ທ່ານ ດຣ. ແລກລານ ສຕຣາຮັນ (Lachlan Strahan), ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມນະໂຍບາຍຫຼາຍຝ່າຍ, ກະຊວງການຕ່າງປະເທດ ແລະ ການຄ້າ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຈາກ ກະຊວງການຕ່າງປະເທດ ແລະ ການຄ້າ, ຄະນະກຳມາທິການສິດທິມະນຸດອົດສະຕຣາລີ, ທ່ານ ຈອນ ວິນລຽມ, ເອກອັກຄະລັດຖະທູດອົດສະຕຣາລີ ແລະ ພະນັກງານສະຖານທູດອົດສະຕຣາລີປະຈຳລາວ ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ສອງຝ່າຍໄດ້ແລກປ່ຽນຫຼາຍຫົວຂໍ້ ກ່ຽວກັບ ການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ທີ່ສອງຝ່າຍມີຄວາມສົນໃຈ ເຊັ່ນ: ຄວາມຄືບໜ້າໃນການປະຕິບັດສິດທິມະນຸດ ຢູ່ ສປປ ລາວ ແລະ ອົດສະຕຣາລີ, ການຕ້ານການຈຳແນກເຊື້ອຊາດ, ສິດທິແມ່ຍິງ ແລະ ເດັກນ້ອຍ, ຄົນພິການ, ການເຂົ້າເຖິງຂະບວນຍຸຕິທຳ, ການປົກຄອງລັດດ້ວຍກົດໝາຍ, ເສລີພາບໃນການສະແດງຄວາມຄິດເຫັນ, ນະໂຍບາຍຊົນເຜົ່າ, ເສລີພາບດ້ານສາສະໜາ, ການປະຕິບັດຂໍ້ສະເໜີແນະການທົບທວນປະຈຳໄລຍະ UPR, ການສ້າງຕັ້ງສະມາຄົມ, ສິດທິຂອງຜູ້ອົບພະຍົບ,        ຜູ້ເຄື່ອນຍ້າຍຖິ່ນຖານ, ສະພາບເງື່ອນໄຂຄ້າຍຄຸມຂັງ-ດັດສ້າງ ແລະ ສິດທິດ້ານທີ່ດິນ ຢູ່ ສປປ ລາວ ແລະ ອົດສະຕຣາລີ ແລະ ຫົວຂໍ້ອື່ນໆອີກ ກ່ຽວກັບ ການປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ.

ກອງປະຊຸມສົນທະນາດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດກົງໄປກົງມາ ກ່ຽວກັບ ການປະຕິບັດສິດທິມະນຸດ ອີງຕາມພັນທະສາກົນ, ລັດຖະທຳມະນູນ, ກົດໝາຍ ແລະ ບົນພື້ນຖານເງື່ອນໄຂຈຸດພິເສດຂອງແຕ່ລະປະເທດ. ການສົນທະນາດ້ານສິດທິມະນຸດ ໄດ້ເຮັດໃຫ້ສອງປະເທດມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຫຼາຍຂຶ້ນຕື່ມ ອັນເປັນການປະກອບສ່ວນເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງສອງປະເທດ ສປປ ລາວ-ອົດສະຕຣາລີ ເຊິ່ງໃນປີ 2017 ສອງປະເທດສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ.

ສ່ວນໃນວັນທີ 19 ກໍລະກົດ 2017 ທັງສອງຝ່າຍໄດ້ຮ່ວມກັນຈັດຕັ້ງກອງປະຊຸມສໍາມະນາ ກ່ຽວກັບ ການມີສ່ວນຮ່ວມໃນສັງຄົມ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ, ທ່ານ ດຣ. ແລກລານ ສຕຣາຮັນ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມນະໂຍບາຍຫຼາຍຝ່າຍ, ກະຊວງການຕ່າງປະເທດ ແລະ ການຄ້າ, ທ່ານ ດຣ. ທິມ ສຸດພົມມະສານ, ກຳມາທິການຕ້ານການຈຳແນກເຊື້ອຊາດຂອງຄະນະກຳມາທິການສິດທິມະນຸດ    ອົດສະຕຣາລີ, ມີການເຂົ້າຮ່ວມຂອງຄະນະຝ່າຍລາວ ແລະ ຄະນະຝ່າຍອົດສະຕຣາລີ ໃນການສົນທະນາດ້ານສິດທິມະນຸດ ຄັ້ງທີ 5, ຜູ້ຕາງໜ້າຈາກ ບັນດາກະຊວງ ແລະ ອົງການລັດທີ່ກ່ຽວຂ້ອງ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງທາງສັງຄົມຂອງ ສປປ ລາວ 80 ກວ່າທ່ານ.

ໃນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມໄດ້ແລກປ່ຽນ ກ່ຽວກັບ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນສັງຄົມ, ນະໂຍບາຍການຕ້ານການຈຳແນກເຊື້ອຊາດ, ການສົ່ງເສີມຄວາມສະເໝີພາບ, ການມີສ່ວນຮ່ວມຂອງທຸກເຊື້ອຊາດ, ຊົນເຜົ່າ, ແມ່ຍິງ, ຄົນພິການ ແລະ ກຸ່ມຄົນອ່ອນໄຫວອື່ນໆ ເຂົ້າໃນຊີວິດສັງຄົມ ລວມທັງເຂົ້າໃນວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ຢູ່ ອົດສະຕຣາລີ ແລະ ສປປ ລາວ.

ພ້ອມດຽວກັນນີ້, ກະຊວງການຕ່າງປະເທດ ແລະ ສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ຈັດຕັ້ງພິທີເປີດໂຄງການຮ່ວມມືວິຊາການດ້ານສິດທິມະນຸດ ສຳລັບປີ 2017-2021 ໂດຍແມ່ນລັດຖະບານອົດສະຕຣາລີ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ໂດຍຜ່ານຄະນະກຳມາທິການສິດທິມະນຸດອົດສະຕຣາລີ ເປັນມູນຄ່າ 8 ແສນກວ່າໂດລາອົດສະຕຣາລີ. ໂຄງການດັ່ງກ່າວ ຈະຊ່ວຍສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ສປປ ລາວ ໃນການສຶກສາຄົ້ນຄວ້າສົນທິສັນຍາສາກົນດ້ານສິດທິມະນຸດ, ການຈັດຕັ້ງປະຕິບັດພັນທະສາກົນດ້ານສິດທິມະນຸດ, ການເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ແລະ ສາກົນ ແລະ ການສຶກສາດ້ານສິດທິມະນຸດ ຢູ່ຂັ້ນມະຫາວິທະຍາໄລ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485707
ມື້ນີ້6
ມື້ວານ206
ອາທິດນີ້743
ເດືອນນີ້5012