ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຂອງຕໍ່ ປະທານາທິບໍດີ ສະມາພັນທະລັດ ສະວິດ

khanin swiss

ຫວ່າງບໍ່ດົນຜ່ານມານີ້, ທ່ານ ຄໍາອິນ ຄິດຈະເດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນາງ Doris Leuthard, ປະທານາທິບໍດີ ແຫ່ງສະມາພັນທະລັດສະວິດ ທີ່ ນະຄອນຫຼວງເບີນ, ເພື່ອດໍາລົງຕໍາແຫຼ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສະມາພັດທະລັດສະວິດ, ໂດຍຊ້ອງໜ້າຜູ້ຕາງໜ້າລັດຖະບານສະວິດ ແລະ ພະນັກງານການທູດຈາກສະຖານທູດລາວ ທີ່ເຊີແນວ.

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ກໍ່ໄດ້ພົບປະໂອ້ລົມກັບ ທ່ານ ນາງ Doris Leuthard ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Doris Leuthard ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນສະວິດທຸກຖ້ວນໜ້າ.

ໃນໂອກາດນີ້, ທ່ານທູດກໍ່ໄດ້ແຈ້ງໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ລວມທັງການຜັນຂະຫຍາຍເປົ້າໝາຍການພັດທະນາທີ່ຍນຍົງ ແລະ ເປົ້າໝາຍການພັດທະນາທີ່ຈະນໍາເອົາປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020; ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນສະວິດໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ; ທ່ານທູດໄດ້ໃຫ້ຄໍາໝັ້ນສັນຍາໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສະມາພັນທະລັດສະວິດ ແລະ ສປປ ລາວ ແລະ ເພີ່ມທະວີການຮ່ວມມືຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ນາງ Doris Leuthard ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາສະມາພັນທະລັດສະວິດຄົນໃໝ່; ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ທີ່ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານການພັດທະນາເສດຖະກິດສັງຄົມ ແລະ ສາມາດຮັກສາລະດັບການເຕີບໂຕທາງເສດຖະກິດໃນລະດັບສະເລ່ຍ 8% ຕໍ່ປີ; ສະເໜີໃຫ້ມີການສືບຕໍ່ພົບປະກັບພາກສ່ວນທີ່ກ່ຽວຂ້ອງໃນການສືບຕໍ່ການຮ່ວມມືໃນຂະແໜງການຕ່າງໆ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ຈະມີການຂະຫຍາຍຕົວໃນຕໍ່ໜ້າ. ທ່ານ ນາງ Doris Leuthard ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄວາມຮັກແພງມາຍັງ ປະທານປະເທດແຫ່ງ ສປປ ລາວ ແລະ ປະຊາຊົນລາວທຸກທົ່ວໜ້າ.

ການຍື່ນສານ ແລະ ພົບປະລະຫວ່າງ ທ່ານ ນາງ Doris Leuthard ແລະ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບຄວາມອົບອຸ່ນ ແຕ່ຕົ້ນຕະຫຼອດປາຍ. ສະມາພັນທະລັດສະວິດ ແລະ ສປປ ລາວ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 03 ກັນຍາ 1957.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485630
ມື້ນີ້135
ມື້ວານ196
ອາທິດນີ້666
ເດືອນນີ້4935