ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຂອງຕໍ່ ເຈົ້າຊາຍແຫ່ງ ລິກເຕິນສະຕາຍ

khanin lic

ຫວ່າງບໍ່ດົນຜ່ານມານີ້, ທ່ານ ຄໍາອິນ ຄິດຈະເດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລອຍ ( His Serene Highness Hereditary Prince Alois ) ທີ່ສໍານັກງານພະຣາຊະວັງແຫ່ງ ລິດເຕິນສະຕາຍ ທີ່ນະຄອນວາດູສ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ລິກເຕິນສະຕາຍ ທີ່ສະຖານທູດລາວຕັ້ງຢູ່ນະຄອນເຊີແນວ.

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານທູດລາວກໍໄດ້ພົບປະໂອ້ລົມກັບ ເຈົ້າຊາຍອາລອຍ ແຫ່ງ ລິກເຕິນສະຕາຍ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ສົ່ງເຖິງ ເຈົ້າຊາຍອາລອຍ ແລະ ຜ່ານພະອົງໄປຍັງລັດຖະບານ ແລະ ປະຊາຊົນລິກເຕິນສະຕາຍທຸກຖ້ວນໜ້າ.

ໃນໂອກາດນີ້, ທ່ານທູດກໍ່ໄດ້ແຈ້ງໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ລວມທັງການຜັນຂະຫຍາຍເປົ້າໝາຍການພັດທະນາທີ່ຍນຍົງ ແລະ ເປົ້າໝາຍການພັດທະນາທີ່ຈະນໍາເອົາປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020; ໄດ້ສະເໜີຕໍ່ພະອົງໃຫ້ມີການຮ່ວມມືທາງດ້ານເສດຖະກິດສັງຄົມລະຫວ່າງສອງປະເທດ ໃນຕໍ່ໜ້າ ເນື່ອງຈາກວ່າໄລຍະຜ່ານມາທັງສອງປະເທດຍັງບໍ່ທັນມີການຮ່ວມມືນໍາກັນທາງດ້ານເສດຖະກິດສັງຄົມຢ່າງເປັນຮູບປະທໍາ.

ທ່ານທູດໄດ້ໃຫ້ຄໍາໝັ້ນສັນຍາໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ລິກເຕິນສະຕາຍ ແລະ ສປປ ລາວ ແລະ ເພີ່ມທະວີການຮ່ວມມືຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ເຈົ້າຊາຍອາລອຍ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາລິກເຕິນສະຕາຍ; ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ທີ່ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານການພັດທະນາເສດຖະກິດສັງຄົມຂອງຕົນ; ພະອົງໄດ້ເນັ້ນເຖິງຄວາມຄ້າຍຄືກັນ ຂອງສອງປະເທດ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍການພັດທະນາເສດຖະກິດສັງຄົມຂອງລິກເຕິນສະຕາຍ. ເຈົ້າຊາຍອາລອຍໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄວາມຮັກແພງມາຍັງ ປະທານປະເທດແຫ່ງ ສປປ ລາວ ແລະ ປະຊາຊົນລາວທຸກທົ່ວໜ້າ.

ໃນໂອກາດຍື່ນສານຕາຕັ້ງຄັ້ງນີ້, ທ່ານທູດລາວຍັງໄດ້ເຂົ້າຢຽມຂໍ່ານັບ ແລະ ປຶກສາຫາລືກັບ ທ່ານ ນາງ Aurelia Frick, ລັດຖະມົນຕີກະຊວງການຕ່າງປະເທດ, ຍຸດຕິທໍາ ແລະ ວັດທະນະທໍາ ແລະ ໄດ້ພົບປະກັບ ທ່ານ Wilfried Hoop, ຫົວໜ້າກົມພິທີການ ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນການຮ່ວມມືໃນເວທີສາກົນ, ດ້ານການສຶກສາ, ວັດທະນາທໍາ, ສະພາການຄ້າ ແລະ ອຸດສາຫະກໍາ ລະຫວ່າງສອງປະເທດໃນຕໍ່ໜ້າ.

ການຍື່ນສານ ແລະ ພົບປະລະຫວ່າງ ເຈົ້າຊາຍອາລອຍ ແລະ ພາກສ່ວນກ່ຽວຂ້ອງ ແຫ່ງ ລິກເຕິນສະຕາຍ ແລະ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບຄວາມອົບອຸ່ນ ແຕ່ຕົ້ນຕະຫຼອດປາຍ. ປະເທດລິກເຕິນສະຕາຍ ແລະ ສປປ ລາວ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 08 ມັງກອນ 2004.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485778
ມື້ນີ້77
ມື້ວານ206
ອາທິດນີ້814
ເດືອນນີ້5083