ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທຸດລາວຍື່ນສານຕາຕັ້ງຕໍ່ເລຂາທິການແຫ່ງລັດຂອງ ສ.ກາຊັກສະຖານ

em-kazakhstan

    ໃນຕອນແລງຂອງວັນທີ 7/08/2017, ເວລາ 16.00 ໂມງຕາມເວລາທ້ອງຖິ່ນ, ທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງອາຊະຕານາ, ທ່ານ ສີວຽງເພັດ ເພັດວໍຣະສັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນລັດເຊຍ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານນາງ ກູນຊາຣາ ອັບດີກາລີໂກວາ, ເລຂາທິການແຫ່ງລັດ ຂອງສາທາລະນະລັດກາຊັກສະຖານ ເພື່ອດໍາລົງຕໍາແຫ່ນງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃຫມ່ ປະຈໍາ ສ.ກາຊັກສະຖານ ໂດຍມີສໍານັກງານຕັ້ງຢູ່ນະຄອນຫລວງມົດສະກູ, ສ.ລັດເຊຍ.

 ໃນໂອກາດເຂົ້າຍື່ນສານຕາຕັ້ງ ໃນຄັ້ງນີ້, ກ່ອນອື່ນຫມົດ ທູດເຮົາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ສົ່ງຄໍາຢື້ຢາມຈາກ ພະນະທ່ານ ບຸນຍັງ ວໍຣະຈິດ, ປະທານປະເທດ ແຫ່ງ ສປປລາວ ໄປຍັງ ພະນະທ່ານ ນູຣຊູນຕານ ແອບິດຊູລີ ນາຊາຣບາແຢບ, ປະທານາທິບໍດີກາຊັກສະຖານ.

  ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ກາຊັກສະຖານ ແລະ ສປປ ລາວ ໃນໄລຍະຜ່ານມາ. ທຸດເຮົາໄດ້ທົບທວນຄືນມູນເຊື້ອຂອງການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ ໃນສະໄຫມອະດິດສະຫະພາບໂຊຫວຽດ, ທູດລາວໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ລັດຖະບານ ແລະ ປະຊາຊົນ ກາຊັກສະຖານທີ່ໃຫ້ການສະຫນັບສະຫນູນຊ່ວຍເຫລືອລາວເຮົາ ໃນສະໄຫມຕໍ່ສູ້ ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ໂດຍສະເພາະການຊວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນກາຊັກສະຖານໃນການສ້າງຊັບພະຍາກອນມະນຸດໃຫ້ແກ່ລາວເຮົາ ໃນໄລຍະຜ່ານມາ. ນອກຈາກນີ້, ທູດເຮົາຍັງໄດ້ແຈ້ງໃຫ້ຝ່າຍເຈົ້າພາບຊາບ ກ່ຽວກັບຜົນສໍາເລັດຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ, ໃນນັ້ນໄດ້ຍົກໃຫ້ເຫັນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີຄັ້ງທີ 8, ແນໃສ່ສູ້ຊົນນໍາເອົາປະເທດຊາດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2020.

 ທູດເຮົາຍັງໄດ້ກ່າວວ່າ ຕົນເອງຈະສືບຕໍ່ອອກແຮງຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດໃຫ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ທັງຖືເອົາໂອກາດນີ້ສະເຫນີໃຫ້ທາງການກາຊັກສະຖານ ຊ່ວຍລະດົມ ແລະ ຊຸກຍູ້ນັກທຸລະກິດຈາກພາກລັດ ແລະ ພາກເອກະຊົນຂອງປະເທດເພິ່ນ ເຂົ້າໄປລົງທືນຢູ່ ສປປ ລາວ ໃນຂົງເຂດຕ່າງໆທີ່ສອງປະເທດມີຄວາມສົນໃຈນໍາກັນ.

 ຕອນທ້າຍ, ທູດເຮົາໄດ້ສະແດງຄວາມຂອບໃຈ ເຈົ້າພາບ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ທັງອໍານວຍຄວາມສະດວກທຸກຢ່າງອັນໄດ້ເຮັດໃຫ້ການເຂົ້າຍື່ນສານຂອງທູດເຮົາປະສົບຜົນສໍາເລັດເປັນຢ່າງດີ, ພ້ອມທັງອວຍພອນໃຫ້ທ່ານເລຂາທິການແຫ່ງລັດ ຂອງສາທາລະນະລັດ ກາຊັກສະຖານ ມີສຸກຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນຫນ້າທີ່ອັນມີກຽດອັນສູງສົ່ງຂອງຕົນ ແລະ ອວຍພອນໃຫ້ປະຊາຊົນກາຊັກສະຖານຈົ່ງມີແຕ່ຄວາມວັດທະນາຖາວອນ.

ບັນຍາກາດຂອງການພົບປະ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ແຕ່ຕົ້ນຕະຫລອດປາຍ ໃນໂອກາດຍື່ນສານຕາຕັ້ງຂອງທູດເຮົາ ທີ່ທໍານຽບປະທານາທິບໍດີກາຊັກສະຖານໃນຄັ້ງນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480392
ມື້ນີ້50
ມື້ວານ172
ອາທິດນີ້790
ເດືອນນີ້6623