ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສິງກະໂປ ເຂົ້າຮ່ວມງານສະເຫຼີມສະຫຼອງ ອາຊຽນ ຄົບຮອບ 50 ປີ

em singapore ASEAN day

ໃນວັນທີ 22 ສິງຫາ 2017, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ນຳໂດຍ ທ່ານ ຄອນເພັງ ທຳມະວົງ,​ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ນັກສຶກສາລາວທີ່ ສິງກະໂປ ໄດ້ເຂົ້າຮ່ວມງານວັນອາຊຽນ (ASEAN Day) ແລະ ການສະເຫຼີມສະຫຼອງ ອາຊຽນ ຄົບຮອບ 50 ປີ ປະຈຳປີ 2017, ເຊິ່ງຈັດໂດຍ ກະຊວງການຕ່າງປະເທດ ສິງກະໂປ ເພື່ອພົບປະສັງສັນ ແລກປ່ຽນວັດທະນະທຳຮີດຄອງປະເພນີ ແລະ ອາຫານ ລະຫວ່າງບັນດາສະຖານທູດປະເທດສະມາຊິກ ອາຊຽນ ແລະ ບັນດາສະຖານທູດປະເທດຄູ່ຮ່ວມມືເຈລະຈາ ອາຊຽນ ປະຈຳ ສິງກະໂປ, ແລະ ມີຕົວແທນຈາກອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ນັກຮຽນນັກສຶກສາ ແລະ ຕົວແທນຈາກສະຖາບັນຕ່າງໆຂອງ ສິງກະໂປ ເຂົ້າຮ່ວມ 1000 ກວ່າຄົນ.

ໃນໂອກາດດັ່ງກ່າວ, ສະຖານທູດ ສປປ ລາວ ໄດ້ປະກອບສ່ວນນຳເອົາເຄື່ອງຫັດຖະກຳລາວ ໄປຈັດວາງສະແດງຢູ່ໃນງານ ແລະ ປະກອບສ່ວນອາຫານລາວ ໃຫ້ແກ່ງານດັ່ງກ່າວ. ນອກຈາກນັ້ນ, ລັດຖະມົນຕີຕ່າງປະເທດສິງກະໂປ ທ່ານ Dr. Vivian Balakrishnan ແລະ ບັນດາເອກອັກຄະລັດຖະທູດປະເທດສະມາຊິກ ອາຊຽນ ຍັງໄດ້ຖ່າຍຮູບຮ່ວມກັນ ແລະ ເປັນສັກຂີພະຍານໃນການເລີ່ມຈຳນາຍປຶ້້ມທີ່ມີຫົວຂໍ້ວ່າ: 50 ປີ ອາຊຽນ ແລະ ສິງກະໂປ (50 years ASEAN and Singapore)

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480273
ມື້ນີ້103
ມື້ວານ157
ອາທິດນີ້671
ເດືອນນີ້6504