ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ລາວ-ອາເມລິກາ ໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA)

mia la

ໃນວັນທີ 22/8/2017 ກອງປະຊຸມປຶກສາຫາລືໃນລະດັບວິຊາການ ລະຫວ່າງ ລາວ-ອາເມລິກາ ກ່ຽວກັບວຽກງານການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ປະຈຳປີ 2017 ໄດ້ດຳເນີນຂຶ້ນທີ່ນະຄອນຫຼວງວຽງຈັນ, ຊຶ່ງຝ່າຍລາວນຳໂດຍ ທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະວິຊາການກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ແລະ ຄະນະຜູ້ແທນຝ່າຍອາເມລິການຳໂດຍທ່ານ ພົນຈັດ ຕະວາ Mark Spindler, ຮອງຫົວໜ້າອົງການປົກປ້ອງສິດຜົນປະໂຫຍດຂອງສະເລີຍເສິກທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ (DPAA), ໂດຍມີການເຂົ້າຮ່ວມຂອງທ່ານ ນາງ Rena Bitter, ເອກອັກຄະລັດຖະທູດສະຫະລັດ ອາເມລິກາ ປະຈຳ ສປປ ລາວ.

ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ທົບທວນຄືນການປະຕິບັດແຜນການຮ່ວມມືພາກສະໜາມຢູ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ໃນໄລຍະ 01 ປີ ຜ່ານມາ, ຊຶ່ງໃນສົກປີ 2016-2017 ໄດ້ຮັບໝາກຜົນສາມາດຄົ້ນພົບສິ່ງເສດເຫຼືອ ແລະ ພິສູດຢືນຢັນໄດ້ເຖິງ 7 ຄົນ, ພ້ອມທັງໄດ້ປຶກສາຫາລືແຜນການປະຕິບັດງານຮ່ວມໃນສົກປີຕໍ່ໜ້າ, ຊຶ່ງຄາດວ່າຜົນທີ່ໄດ້ຮັບຈະໄດ້ສືບຕໍ່ເພີ້ມທະວີໂດຍຜ່ານການເພີ້ມຈຳນວນການປະຕິບັດງານໃນພາກສະໜາມຈາກ 4 ຄັ້ງ ເປັນ 5 ຄັ້ງຕໍ່ປີ, ລວມທັງການຊ່ວຍເຫຼືອດ້ານມະນຸດສະທຳປຸກສ້າງໂຮງຮຽນ, ໂຮງໝໍ ແລະ ອື່ນໆ ໃຫ້ແກ່ທ້ອງຖິ່ນໃນເຂດທີ່ມີການປະຕິບັດວຽກງານດັ່ງກ່າວ. ໃນໂອກາດນີ້, ຝ່າຍລາວໄດ້ຢືນຢັນຄືນທີ່ຈະສືບຕໍ່ໃຫ້ການຮ່ວມມືໃນວຽກງານດັ່ງກ່າວບົນພື້ນຖານເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຝ່າຍລາວ. ສ່ວນຝ່າຍອາເມລິກາກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານລາວກໍ່ຄືປະຊາຊົນລາວ ແລະ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືຂອງສອງປະເທດ, ໂດຍສະເພາະໃນວຽກງານ MIA ທີ່ເປັນສ່ວນປະກອບອັນສຳຄັນໃຫ້ແກ່ການຂະຫຍາຍການຮ່ວມມືຂອງສອງປະເທດໃນໄລຍະ 30 ກວ່າປີ ທີ່ຜ່ານມາ ພ້ອມທັງໄດ້ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ປະຊາຊົນລາວ ເພື່ອປະກອບສ່ວນເສີມຂະຫຍາຍໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ອາເມລິກາ ໃຫ້ມີບັນຍາກາດນັບມື້ນັບດີຂຶ້ນໃນອະນາຄົດ.

ການປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ ກັບວຽກງານການຮ່ວມມືສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງອະດີດທະຫານອາ ເມລິກາທີ່ຫາຍສາຍສູນໃນປາງສົງຄາມຢູ່ລາວນັ້ນ ແມ່ນໄດ້ດຳເນີນມາແຕ່ປີ 1982, ຊຶ່ງໃນຕົວຈິງແມ່ນພົບຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນສະພາບດິນຟ້າອາກາດ ແລະ ສະພາບແວດລ້ອມດ້ານພູມສາດທີ່ທຸລະກັນດານ, ແຕ່ຜົນທີ່ ອອກມາແມ່ນສາມາດຂຸດຄົ້ນພົບສິ່ງເສດເຫຼືອຈຳນວນ 279 ກໍລະນີ ໃນຈຳນວນທັງໝົດ 573 ກໍລະນີ ແລະ ຍັງຈະສືບຕໍ່ຊອກຫາອີກ 294 ກໍລະນີ. ການຮ່ວມມືດ້ານມະນຸດສະທຳດັ່ງກ່າວນີ້ເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ກໍ່ຄືການຮ່ວມມືເປັນຢ່າງດີຂອງປະຊາຊົນລາວ ແລະ ລັດຖະບານກໍ່ຄືປະຊາຊົນອາເມລິກາກໍ່ມີຄວາມເພິ່ງພໍໃຈຕໍ່ໝາກຜົນ ແລະ ການຮ່ວມມືດັ່ງກ່າວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485643
ມື້ນີ້148
ມື້ວານ196
ອາທິດນີ້679
ເດືອນນີ້4948