ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຝຶກອົບຮົມຄະນະວິຊາການຈຸດປະສານງານສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

sdg crow

ໃນຕອນເຊົ້າຂອງວັນທີ 29 ສິງຫາ 2017 ທີ່ ໂຮງແຮມ ຄຣາວພາຊາ, ກົມ ຈສກ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດກອງປະຊຸມຝຶກອົບຮົມຄະນະວິຊາການຈຸດປະສານງານສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ, ເຊິ່ງມີບັນດາຜູ້ຕາງໜ້າຈາກກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ຈຸດປະ ສານງານຈາກບັນດາກະຊວງ ແລະ ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມລວມທັງໝົດ 50 ກວ່າທ່ານ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອພ້ອມກັນສືບຕໍ່ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ໃນວັນທີ 10 ສິງຫາ 2017 ທີ່ຜ່ານມາ. ໂດຍສະເພາະລົງເລີກລາຍລະອຽດ ກ່ຽວກັບກົນໄກ ແລະ ແຜນດຳເນີນງານ ສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030. ລວມທັງການກະກຽມເຮັດບົດລາຍງານແຫ່ງຊາດ ແບບສະໝັກໃຈ ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະ ຕິບັດ​ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປປ ລາວ ໃນກາງປີ 2018 ຢູ່ອົງການ ສປຊ ທີ່ ນິວຢອກ.

ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້​ເຂົ້າ​ຮ່ວມ​ ໄດ້​ຮັບ​ຟັງ​ການ​ສະ​ເຫ​ນີ ​ກ່ຽວ​ກັບ ແຜນດຳເນີນງານແຫ່ງຊາດ ໃນການຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບຍືນຍົງ, ການກຳນົດຕົວຊີ້ບອກແຫ່ງຊາດ ແລະ ການດຳເນີນວຽກງານເກັບກຳຂໍ້ມູນ ແລະ ສະຖິຕິ ກໍ່ຄືຄຳແນະນຳກ່ຽວກັບການຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ, ໃນນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນຕໍ່ແຜນດຳເນີນງານດັ່ງກ່າວ ໂດຍເນັ້ນໃສ່ກົນໄກການຈັດຕັ້ງປະຕິບັດແຜນການຂອງຂະແໜງການຕ່າງໆ ກໍ່ຄືການເກັບກຳຂໍ້ມູນທາງດ້ານສະຖິຕິ, ການກຳນົດຕົວຊີ້ບອກ ແລະ ການເຮັດບົດລາຍງານປະຈຳປີ ເພື່ອກະກຽມໃສ່ບົດລາຍ ງານແຫ່ງຊາດ ໃນແຕ່ລະໄລຍະໃຫ້ໄດ້ຮັບຜົນດີ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485817
ມື້ນີ້116
ມື້ວານ206
ອາທິດນີ້853
ເດືອນນີ້5122