ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີ-ເອີຣົບ ທີ່ ເນປີດໍ, ປະເທດ ມຽນມາ

som asean eu

ໃນ​ວັນ​ທີ 06-08 ກັນຍາ 2017, ທ່ານ ສົງການ ຫລວງມູນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງ​ການ​ຕ່າງປະເທດ, ທັງ​ເປັນ​ຫົວໜ້າ​ເຈົ້າ​ໜ້າທີ່​ອາວຸ​ໂສອາເຊັມ ຂອງ ​ສປປ ລາວ ໄດ້​ນຳພາ​ຄະນະ​ຜູ້​ແທນ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສອາຊີ-ເອີຣົບ, ທີ່ ເນປີດໍ, ປະເທດ ມຽນມາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ປຶກສາຫາລື ການກະກຽມທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊີ-ເອີຣົບ ຫລື ອາເຊັມ ຄັ້ງທີ 13 ທີ່ ສາທາລະນະລັດ ສະຫະພາບ ມຽນມາ ຈະເປັນເຈົ້າພາບຈັດຂຶ້ນໃນວັນທີ 20-21 ພະຈິກ 2017 ນີ້. ກອງປະຊຸມ ​ ໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ລະຫວ່າງອາຊີ-ເອີຣົບ ເປັນຕົ້ນແມ່ນການກະຕຸກຊຸກຍູ້ກົນໄກການຮ່ວມມືລະຫວ່າງສອງທະວີບໃຫ້ມີຄວາມຄ່ອງຕົວ ແລະ ເປັນຮູບປະທໍາຫລາຍຂຶ້ນ, ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມສຸດອາຊີ-ເອີຣົບຄັ້ງທີ 11 ໂດຍສະເພາະທິດທາງການເຊື່ອມຈອດທາງດ້ານເສດຖະກິດ, ດ້ານການຄ້າຜ່ານລະບົບອິນເຕີແນັດ (E-Commerce), ການລົງທຶນ, ຄົມມະນາຄົມ-ຂົນສົ່ງ ແລະ ວັດທະນະທໍາ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງຂອງການເຊື່ອມໂຍງໃນຍຸກປະຈຸບັນກໍຄືການກ້າວເຂົ້າສູ່ທົດສະວັດທີ 3 ຂອງການຮ່ວມມືອາເຊັມ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຫາລືກ່ຽວກັບຮ່າງຖະແຫລງການຂອງປະທານ ກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 13 ໂດຍໄດ້ເນັ້ນໜັກໃຫ້ຮ່າງຖະແຫລງການດັ່ງກ່າວ ສັ້ນ, ກະທັດຮັດ, ມີເນື້ອໃນຄົບຖ້ວນ ແລະ ກວມລວມບັນຫາຕ່າງໆທີ່ສອງທະວີບໃຫ້ຄວາມສົນໃຈຮ່ວມກັນ.

ກ່ອນໜ້າການເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານລິເລີ່ມດ້ານການເຊື່ອມຈອດອາເຊັມ ຄັ້ງທີ 2 ໃນວັນທີ 06 ສິງຫາ 2017 ເພື່ອສືບຕໍ່ປຶກສາຫາລືການຄັດເລືອກປະທານຮ່ວມຈາກອາຊີ ແລະ ເອີຣົບ ຝ່າຍລະ 2 ປະເທດ ແລະ ຫາລືການກໍານົດຄໍານິຍາມດ້ານການເຊື່ອມຈອດອາຊີ-ເອີຣົບ ເພື່ອແນໃສ່ເຮັດໃຫ້ການເຊື່ອມຈອດລະຫວ່າງສອງທະວີບເປັນຮູບປະທໍາຫລາຍຂຶ້ນ. ໜ່ວຍງານດັ່ງກ່າວຖືກສ້າງຕັ້ງຂຶ້ນຢູ່ໃນກອງປະຊຸມສຸດຍອດອາເຊັມຄັ້ງທີ 11 ທີ່ ອູລານບາຕໍ, ປະເທດ ມົງໂກລີ ໃນປີ 2016.

ຂອບການຮ່ວມມື ອາຊີ-ເອີຣົບ ASEMສ້າງຕັ້ງຂຶ້ນໃນປີ 1996 ແລະ ປະຈຸບັນມີປະເທດສະມາຊິກ 51 ປະເທດຈາກອາຊີ ແລະ ເອີຣົບ ແລະ ສອງອົງການຈັດຕັ້ງເຂົ້າຮ່ວມ (ກອງເລຂາອາຊຽນ ແລະ ສະຫະພາບເອີຣົບ). ໃນປີ 2012 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480412
ມື້ນີ້70
ມື້ວານ172
ອາທິດນີ້810
ເດືອນນີ້6643