ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີໂຮມຊຸມນຸມມິດຕິ່ງສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ

ໃນ​ວັນ​ທີ ​9 ກັນ​ຍາ 2017, ທີ່ ສະ​ໂມ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຂວງ​ດົ່ງ​ຖາບ, ສ​ສ ຫວຽດ​ນາມ ໄດ້​ຈັດ​ພິທີໂຮມ​ຊຸມນຸມມິດ​ຕິ່ງສະ​ເຫຼີ​ມສະຫຼອງ​ສອງ​ວັນ​ປະຫວັດສາດ ລາວ-ຫວຽດ​ນາມ ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 55 ປີ​ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ລາວ-ຫວຽດນາມ ຄົບຮອບ 40 ປີ.

​​ພິ​ທີ​ໂຮມ​ຊຸມ​ນຸມທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ນີ້ໄດ້​ມີ​ຜູ້​ແທນ​ລາວ ແລະ ຫວຽດ​ນາມ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ ໂດຍຝ່າຍຫວຽດນາມມີບັນ​ດາ​​ສະ​ຫາຍ​ການ​ນຳ​ແຂວງເຂົ້າ​ຮ່ວມເຊັ່ນ: ສະຫາຍ ຟ້າມ ວັນ ຖັງ, ຄະ​ນະ​ປະ​ຈຳ​ພັກ​ແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ແຂວງ​ດົ່ງ​ຖາບ;ສະ​ຫາຍ ​ນາງ ດັງ ຖິ ໝີ ເກີມ, ຄະ​ນະ​ປະ​ຈຳ​ພັກ​ແຂວງ,​ ປະທານແນວ​ໂຮມ​ແຫ່ງ​ຊາດຫວຽດນາມແຂວງ​ດົ່ງ​ຖາບ; ສະ​ຫາຍ ດ​ວັນ ເຕິນ ບຶວ, ຮອງ​ປະ​ທານ​ຄະ​ນະກໍາມະການ​ປະຊາຊົນ​ແຂວງ​ດົ່ງ​ຖາບ; ສະຫາຍ ​ເລ ຊວັນ ຮາຍ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ; ສະ​ຫາຍ ນາງ ເລ ທິ ກີມ ເງີນ, ຮອງ​ຫົວ​ໜ້າພະ​ແນກ​ການ​ຕ່າງ​ປະ​ເທດ​ແຂວງ; ​ສະ​ຫາຍ ຫງວຽນ ຫຽບ ເທືອງ, ຮອງ​ປະ​ທານ​ສາ​ມະ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ​ດົ່ງ​ຖາບ ແລະ ນອກ​ນັ້ນ, ຍັງ​ມີ​ຄະ​ນະຜູ້​ແທນ​ສະ​ຫະ​ພັນ​​ບັນ​ດາ​ການ​ຈັດ​ຕັ້ງມິດຕະ​ພາບ​ນະ​ຄອນ​ໂຮ່​ຈິ​ມິນ, ​ມີປະ​ທານ ແລະ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ​ນະ​ຄອນ​ໂຮ່​ຈິ​ມິນ - ອິນ​ເດຍ ກໍ່​ໄດ້​ເຂົ້າ​ຮ່ວມ. ຝ່າຍ​ລາວມີ ສະຫາຍ ສົມ​ໄຊ ສະ​ໜາມ​ອຸ່ນ, ​ກົງສຸນ​ໃຫຍ່ ສ​ປ​ປ ລາວ ​ປະ​ຈຳນະຄອນ​ໂຮ່​ຈິ​ມິນ ພ້ອມດ້ວຍ​ພະນັກງານ​ການ​ທູດ ​ແລະ ນັກ​ສຶກສາລາວ​ຈຳ​ນວນ 23 ຄົນ; ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 250 ຄົນ. ​ໃນ​ພິທີ​ ສະ​ຫາຍ ດ​ວັນ ເຕິນ ບຶວ, ຮອງ​ປະ​ທານ​ຄະ​ນະກໍາມະການ​ປະຊາຊົນ​ແຂວງ​ດົ່ງ​ຖາບ; ສະຫາຍ ​ເລ ຊວັນ ຮາຍ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ; ສະ​ຫາຍ ຫງວຽນ ຫຽບ ເທືອງ, ຮອງ​ປະ​ທານ​ສາ​ມະ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ​ດົ່ງ​ຖາບ ແລະ ສະຫາຍ ສົມ​ໄຊ ສະ​ໜາມ​ອຸ່ນ ກົງ​ສຸນ​ໃຫຍ່ ສ​ປ​ປ ລາວ ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຜັດປ່ຽນ​ກັນຂຶ້ນ​ກ່າວ​ຄໍາ​ປາ​ໄສ​ ໂດຍໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ​ຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະ​ຫວ່າງ ແຂວງ​ດົ່ງ​ຖາບ ກັບບັນດາແຂວງພາກກາງ, ພາກໃຕ້ຂອງລາວ ເປັນ​ຕົ້ນໄດ້ມີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ແຂວງ​ສາ​ລະ​ວັນ ແລະ ​ແຂວງ​ຈຳ​ປາ​ສັກ, ໃນ​ສົກ​ຮຽນ 2016 – 2017 ຜ່ານ​ມາ ແຂວງ​ດົ່ງ​ຖາບ​ໄດ້​​ຊ່ວຍ​ເຫຼືອກໍ່​ສ້າງ​ບຸກ​ຄະ​ລາ​ກອນ​ການ​ແພດ ຈຳ​ນວນ 12 ຄົນ​ໃຫ້​ແຂວງ​ຈຳ​ປາ​ສັກ​ນຳ​ອີກ; ພ້ອມກັນນັ້ນຢືນຢັນ ຈະສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ແລະ ສຶກສາອົບຮົບເຜີຍແຜ່ໃຫ້ພະນັກງານ, ນັກຮົບ, ປະຊາຊົນ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ເຂົ້າໃຈຖືກຕ້ອງຕໍ່ສາຍພົວພັນດັ່ງກ່າວ. ໃນ​ພິທີ ໄດ້​ມີ​ການ​ແລກ​ປ່ຽນລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຂອງ​ນັກ​ສຶກ​ສາ​ລາວ ແລະ ຄະ​ນະ​ສີ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ດົ່ງ​ຖາບ. ນອກຈາກງານ​ໂຮມ​ຊຸມ​ນຸມ​ແລ້ວ​ຍັງ​ມີ​ການ​ພົບ​ປະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ລະ​ຫວ່າງ​ນັກ​ສຶກ​ສາ​ລາວ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ກັບ​ນັກ​ສຶກ​ສາມະ​ຫາ​ວິ​ທ​ະ​ຍາ​ໄລ​ດົ່ງ​ຖາບ. ພິທີ​ໂຮມ​ຊຸມນຸມໄດ້ຈັດຂຶ້ນ ແລະ ດໍາເນີນໄປຢ່າງ​ຄຶກ​ຄື້ນ​ມ່ວນ​ຊື່ນ, ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ແລະ ສຳເລັດຜົນຢ່າງຈົບງາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838