ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ສປປ ລາວ ພົບປະກັບ ປະທານປະເທດ ສສ. ຫວຽດນາມ ທີ່ ດານັງ

phoppaweb1

 

Phoppaweb2

 

ໃນຕອນເຊົ້າຂອງວັນທີ 11 ພະຈິກ 2017, ທີ່ ດານັງ, ສສ. ຫວຽດນາມ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ພົບປະສອງຝ່າຍກັບ ພະນະທ່ານ ເຈິນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດທີ່ ພະນະທ່ານ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ຢູ່ ດານັງ, ໃນລະຫວ່າງວັນທີ 10-11 ພະຈິກ 2017.

 

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ມາແຕ່ດົນນານ, ຊຶ່ງນັບ​ມື້ມີ​ຄວາມ​ແໜ້ນ​ແຟ້ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງຂຶ້ນເລື້ອຍໆ. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ທົບທວນຄືນເຖິງເຫດການສຳຄັນ ໃນປີ 2017 ຊຶ່ງເປັນປີພິເສດທີ່ສອງປະເທດ ລາວ-ຫວຽດນາມ ໄດ້ຮ່ວມກັນສະເຫລີມສະຫລອງ 02 ວັນ​ປະຫວັດສາດ ເຊັ່ນ: ວັນການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດລາວ-ຫວຽດນາມ ​ຄົບຮອບ 55 ປີ ​ແລະ ວັນ​ຄົບຮອບ 40 ປີ ​ແຫ່ງ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ລາວ-ຫວຽດນາມ ຢ່າງຄຶກຄື້ນ ແລະ ມີຄວາມໝາຍ.

 

ໃນໂອກາດດັ່ງກ່າວ, ພະນະທ່ານ ເຈິນ ດ້າຍ ກວາງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ຢູ່ ສສ. ຫວຽດນາມ ຂອງ ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນຄັ້ງນີ້, ຊຶ່ງເປັນການຮັດແໜ້ນການຮ່ວມມື ລະຫວ່າງສະມາຊິກອາເປັກ ກັບບັນດາປະເທດອາຊຽນ ໃນການສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກ ແບບຮອບດ້ານ ອັນຈະນຳໄປສູ່ການພັດທະນາແບບຍືນຍົງໃຫ້ແກ່ອາຊຽນ ແລະ ອາເປັກ. ພ້ອມນີ້, ພະນະທ່ານ ເຈິນ ດ້າຍ ກວາງ ຍັງໄດ້ເຊື້ອເຊີນ ພະນະທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມ ສສ. ຫວຽດນາມ ໃນທ້າຍປີ 2017 ນີ້, ເພື່ອເພີ່ມທະວີສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ​ ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ມາແຕ່ດົນນານ, ໃຫ້ນັບ​ມື້ມີ​ຄວາມ​ແໜ້ນ​ແຟ້ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ ແລະ ກໍເພື່ອສະຫລຸບການສະເຫລີມສະຫລອງ 02 ວັນ​ປະຫວັດສາດ ທີ່ສອງປະເທດ ລາວ-ຫວຽດນາມ ໄດ້ຮ່ວມກັນສະຫລອງຜ່ານມາ.

 

ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ເຈິນ ດ້າຍ ກວາງ ແລະ ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ໃນຄັ້ງນີ້, ຊຶ່ງເປັນການເປີດໂອກາດໃຫ້ ສປປ ລາວ ໄດ້ແລກປ່ຽນຄວາມຄິດເຫັນກັບບັນດາສະມາຊິກອາເປັກ ກ່ຽວກັບ ການຮ່ວມ​ມື​ໃນ​ຍຸກ​ແຫ່ງ​ການເຊື່ອມໂຍງ ​ແລະ ເຊື່ອມ​ຈອດພາກພື້ນ ແລະ ສາກົນ, ພ້ອມທັງສະແດງຄວາມຍິນດີ ທີ່ ສສ. ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນການຈັດກອງປະຊຸມສຸດຍອດອາເປັກ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນຄັ້ງນີ້, ຂໍຊົມເຊີຍ ແລະ ອວຍພອນໃຫ້ ສສ. ຫວຽດນາມ ຈົ່ງມີຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນການພັດທະນາປະເທດຊາດ. ນອກຈາກນີ້, ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກລົມພາຍຸດຳຣີ ຫວ່າງບໍ່ດົນມານີ້, ຊຶ່ງ ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວມອບເງິນຈຳນວນ 100.000 ໂດລາ ສະຫະລັດ, ເຂົ້າສານຈ້າວ, ໜຽວ ຈຳນວນ 20 ໂຕນ ແລະ ເຄື່ອງແຫ້ງອື່ນໆຕື່ມຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພຈາກພະຍຸດັ່ງກ່າວ ທີ່ພັດເຂົ້າທຳລາຍ ແລະ ສ້າງຄວາມເສຍຫາຍໃຫ້ແກ່ພາກກາງຫວຽດນາມ. ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ຕອບຮັບການເຊີນພະນະທ່ານ ໄປຢ້ຽມຢາມ ສສ. ຫວຽດນາມ ດ້ວຍຄວາມຍິນດີ, ສ່ວນລາຍລະອຽດ ທັງສອງຝ່າຍຈະປະສານກັນ ໂດຍຜ່ານສາຍທາງການທູດຕື່ມອີກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485464
ມື້ນີ້165
ມື້ວານ227
ອາທິດນີ້500
ເດືອນນີ້4769