ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຊີ້ນຳກະຊວງການຕ່າງປະເທດ ລົງຕິດຕາມ ແລະ ຊຸກຍູ້ວຽກງານການຮ່ວມມືດ້ານມະນຸດສະທຳລະຫວ່າງ ລາວ-ອາເມລິກາ

 

MIAoudomxay

 

ໃນວັນທີ 18 ພະຈິກ 2017 ທີ່ຜ່ານມາ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມການປະຕິບັດງານຮ່ວມ ລາວ-ອາເມລິກາ ຂອງວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 01 ປະຈໍາສົກປີ 2017-2018, ຢູ່ແຂວງອຸດົມໄຊ. ການເດີນທາງໄປຢ້ຽມຢາມຂອງຄະນະດັ່ງກ່າວໃນຄັ້ງນີ້ ແມ່ນເພື່ອເປັນການລົງຕິດຕາມ ແລະ ຢ້ຽມຢາມການປະຕິບັດງານຂອງຄະນະວິຊາການຮ່ວມ ລາວ-ອາເມລິກາ ໃນການປະຕິບັດວຽກງານມະນຸດສະທຳ, ເພື່ອເປັນການປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານເຮົາ, ເປັນການສະແດງເຖິງຄວາມເອົາໃຈໃສ່ຂອງລັດຖະບານລາວໃນການຮ່ວມມືເພື່ອແກ້ໄຂບັນຫາຜູ້ເສຍຊີວິດຂອງທະຫານອາເມລິກາ ໃນປາງສົງຄາມຢູ່ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະ ແລະ ໂອ້ລົມກັບບັນດາພະນັກງານວິຊາການໃນທີ່ເຮັດວຽກຕົວຈິງຢູ່ພາກສະໜາມຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ຄ້າຍພັກເມືອງຮຸນ, ແຂວງອຸດົມໄຊ. ຈາກນັ້ນ, ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມການປະຕິບັດງານຕົວຈິງຢູ່ຈຸດຂຸດຄົ້ນກໍລະນີ 1791, ບ້ານສີບຸນເຮືອງ, ເມືອງຮຸນ, ແຂວງອຸດົມໄຊ, ໄດ້ຮັບການຕ້ອນຮັບຈາກທິມງານຮ່ວມ ລາວ-ອາເມລິກາ ພ້ອມທັງໄດ້ຮັບຟັງການລາຍງານສະພາບການປະຕິບັດວຽກງານຢູ່ໃນຈຸດຂຸດຄົ້ນຈາກຫົວໜ້າພາກສະໜາມຂອງຝ່າຍລາວ ແລະ ຝ່າຍອາເມລິກາ, ການປະຕິບັດງານລົງສະໜາມໃນຄັ້ງນີ້, ເຫັນວ່າໄດ້ຮັບຜົນສຳເລັດໄປດ້ວຍດີ, ກໍ່ຍ້ອນພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພໍ່ແມ່ປະຊາຊົນທ້ອງຖິ່ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກງານຂອງຕົນເປັນຢ່າງດີ.

ຜ່ານການປະຕິບັດວຽກງານການສຳຫຼວດ ແລະ ຂຸດຄົ້ນ, ໃນຫຼາຍປີທີ່ຜ່ານມາຈົນມາເຖິງປະຈຸບັນທິມງານຮ່ວມ ລາວ-ອາເມລິກາ ໄດ້ຄົ້ນພົບຊິ້ນສ່ວນຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ມີຈຳນວນ 279 ກໍລະນີ ຈາກຈໍານວນຜູ້ຫາຍສາບສູນທັງໝົດຢູ່ລາວໃນຈຳນວນ 573 ກໍລະນີ ແລະ ຍັງຈະສືບຕໍ່ຄົ້ນຫາອີກ 294 ກໍລະນີ. ແຜນການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນຕໍ່ໜ້າ, ໃນຄັ້ງທີ 2 ປະຈຳສົກປີ 2017-2018 ຈະມີການສໍາຫຼວດ ແລະ ຂຸດຄົ້ນຢູ່ເຂດພາກກາງ ໂດຍສະເພາະຢູ່ເມືອງບົວລະພາ, ແຂວງຄຳມ່ວນ.

ສັງລວມແລ້ວ, ການຮ່ວມມືດ້ານນີ້ ໄດ້ຮັບຜົນສຳເລັດອັນດີເປັນກ້າວໆມາ ກໍ່ຍ້ອນການຮ່ວມມືຈາກລັດຖະບານ ກໍ່ຄືປະຊາຊົນໃນທ້ອງຖິ່ນທີ່ໄດ້ໃຫ້ການຮ່ວມມືເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ຈະສືບຕໍ່ໃຫ້ການຮ່ວມມືໃນວຽກງານດັ່ງ ກ່າວຕາມຄວາມອາດສາມາດຕົວຈິງ ເພື່ອຈະນໍາເອົາຊິ້ນສ່ວນຂອງຊາກສົບທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມທີ່ຍັງເຫຼືອສົ່ງຄືນໃຫ້ຄອບຄົວຂອງພວກເຂົາເຈົ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473