ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ນາງ ຈູລີ ບີຊອບ (Julie Bishop), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26 – 28 ພະຈິກ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບສູງ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ.
ນະຄອນຫຼວງວຽງຈັນ, ວັນທີ 21 ພະຈິກ 2017
ກະຊວງການຕ່າງປະເທດ