ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 34

fangofone

ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຝຣັ່ງ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 34ຊຶ່ງຈັດຂຶ້ນ ໃນວັນທີ 25-26 ພະຈິກ 2017 ທີ່ ປາຣີ ປະເທດຝຣັ່ງ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ມີບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກຟຣັງໂກໂຟນີ 84 ປະເທດ ຊຶ່ງໃນນັ້ນມີ58 ປະເທດສະມາຊິກສົມບູນ, 26 ປະເທດສັງເກດການ ແລະ ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງຄູ່ຮ່ວມງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ເສດຖະກິດແບບໃຫມ່: ເສດຖະກິດສີຟ້າແລະເສດຖະກິດສີຂຽວ, ກົນຈັກຂັບເຄື່ອນແບບໃໝ່ຂອງການເຕີບໂຕ, ການລວມຕົວທາງສັງຄົມ ແລະ ການພັດທະນາແບບຍືນຍົງ”.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ເຊັ່ນ ການແກ້ໄຂວິກິດການທາງການເມືອງຢູ່ບາງປະເທດສະມາຊິກ, ການຮ່າງແຜນການ 4 ປີ2019-2022ແລະວຽກງານບໍລິຫານຢູ່ພາຍໃນອົງການ. ນອກຈາກນີ້, ກອງປະຊຸມໄດ້ພິຈາລະນາບັນຫາທີ່ເຄັ່ງຮ້ອນໃນປັດຈຸບັນ ເຊັ່ນ: ການເຄື່ອນໄຫວຂອງກຸ່ມກໍ່ການຮ້າຍ, ການເຄື່ອນຍ້າຍຖິ່ນຖານຢູ່ລີບີ ອັນນຳໄປສູ່ການຄ້າມະນຸດເພື່ອເປັນຂ້າທາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມດັ່ງກ່າວ ໄດ້ສະແດງຄວາມໄວ້ອາໄລ ຕໍ່ຜູ້ເສຍຊີວິດໃນເຫດການກໍ່ການຮ້າຍທີ່ໄດ້ເກີດຂຶ້ນ ຢູ່ປະເທດມາລີ ແລະ ປະເທດເອຢີບ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງຫຼວງຫຼາຍ. ນອກຈາກນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ຊົມເຊີຍຜົນສຳເລັດຂອງງານມະຫາກຳກິລາ ແລະ ສິລະປະວັນນະຄະດີ ຟຣັງໂກໂຟນີ ຄັ້ງທີ 8 ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 21-30ກໍລະກົດ2017 ທີ່ ອາບີຈັງ ປະເທດກົດດີວົວ ແລະ ກອງປະຊຸມແມ່ຍິງຟຣັງໂກໂຟນີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 1-2ພະຈິກ 2017 ທີ່ ບູກາແຣດ ປະເທດຣູມານີ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມ ກໍ່ຄືການກຳນົດຫົວຂໍ້ຂອງກອງປະຊຸມດັ່ງກ່າວນີ້, ອັນມີຄວາມໝາຍຄວາມສຳຄັນຫຼາຍສຳລັບບັນດາປະເທດສະມາຊິກຟຣັງໂກໂຟນີ ໃນການພັດທະນາເສດຖະກິດສີຂຽວ, ແນໃສ່ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ; ໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານລາວ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແນໃສ່ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020; ການກໍານົດແຜນຍຸດທະສາດສໍາລັບການພັດທະນາເສດຖະກິດສີຂຽວ; ຄວາມຫຍຸ້ງຍາກດ້ານງົບປະມານ ແລະ ຄວາມຊໍານິຊໍານານໃນວຽກເສດຖະກິດສີຂຽວ ແລະ ໄດ້ສະເໜີໃຫ້ມີການຮ່ວມມືຢ່າງມີປະສິດທິຜົນລະຫວ່າງບັນດາປະເທດສະມາຊິກ ກໍ່ຄືການຊ່ວຍເຫຼືອຂອງອົງການຟຣັງໂກໂຟນີ ໃນວຽກງານດັ່ງກ່າວ.    

ກອງປະຊຸມລະດັບລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 34 ໄດ້ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ, ໂດຍໄດ້ມີການພິຈາລະນາສະພາບການການເມືອງຢູ່ໃນບາງປະເທດສະມາຊິກ ແລະ ໄດ້ວາງງົບປະມານ ສຳລັບການດຳເນີນງານຂອງອົງການໃນສົກປີ 2018 ຊຶ່ງມີມູນຄ່າ72.232.036 ເອີໂຣ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາຍັດຕິຕ່າງໆ ຄື: ເສດຖະກິດສີຟ້າ ແລະ ສີຂຽວ; ການຮັກສາສັນຕິພາບ ໂດຍອາໄສການສຶກສາ ແລະ ການປຶກສາຫາລື ລະຫວ່າງສາສະໜາ ແລະ ວັດທະນະທໍາ; ແລະ ການປ່ຽນແປງຂອງດິນຟ້າອາກາດ. ພ້ອມທັງໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມປິດລັບກ່ຽວກັບການເຄື່ອນຍ້າຍຖິ່ນຖານ ອັນນຳໄປສູ່ການຄ້າມະນຸດເພື່ອເປັນຂ້າທາດຢູ່ ລີບີ. ພ້ອມດຽວກັນນີ້, ກອງປະຊຸມດັ່ງກ່າວຍັງໄດ້ຮັບຟັງການລາຍງານສະພາບການກະກຽມໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 17 ຊຶ່ງຈະຈັດຂຶ້ນ ຢູ່ປະເທດອາກເມນີ ໃນເດືອນຕຸລາ ປີ 2018.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480280
ມື້ນີ້110
ມື້ວານ157
ອາທິດນີ້678
ເດືອນນີ້6511