ຕອນຄໍ່າຂອງວັນທີ 1 ທັນວາ 2017, ທີ່ ບາງກອກ; ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີສະເຫລີມສະຫລອງວັນຊາດ 2 ທັນວາ, ຄົບຮອບ 42 ປີ ຂຶ້ນຢ່າງຄຶກຄື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງໂດຍການເປັນປະທານຂອງ ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ, ມີພະນັກງານສະຖານທູດ, ແຂກທີ່ມີກຽດທັງຊາວໄທ-ລາວ, ຕະຫລອດຮອດພີ່ນ້ອງຄົນໄທເຊື້ອສາຍລາວ ເຂົ້າຮ່ວມ 300 ກວ່າຄົນ.
ໃນໂອກາດກ່າວຄໍາປາໄສຕໍ່ພິທີ, ທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຊາດ 2 ທັນວາ; ຕະຫລອດໄລຍະ 42 ປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ຊີ້ນຳນຳພາປວງຊົນລາວທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ຜ່ານການຈັດຕັ້ງປະຕິບັດ ສາມາດຜ່ານຜ່າອຸປະສັກນາໆປະການ ນັບແຕ່ການຮຳບາດແຜສົງຄາມ, ການສ້າງຄວາມສາມັກຄີປອງດອງພາຍໃນຊາດ ແລະ ການປົກປັກຮັກສາເອກະລາດ, ອະທິປະໄຕຂອງຊາດໄວ້ຢ່າງໝັ້ນຄົງ. ພ້ອມນັ້ນ ກໍໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີໃນແຕ່ລະໄລຍະ ບັນລຸຜົນສຳເລັດຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງດີຂື້ນ ແລະ ປະເທດຊາດ ກໍໄດ້ຮັບການພັດທະນາໃນຫລາຍໆດ້ານເປັນກ້າວໆມາ.
ມາເຖິງປີ 2017 ນີ້, ພັກ, ລັດຖະບານ ແລະ ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດໃນການປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສາມັກຄີປອງດອງ ແລະ ເສດຖະກິດມີການຂະຫຍາຍຕົວໃນລະດັບ 7,2% ໂດຍສາມາດສ້າງລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.472 ໂດລາສະຫະລັດ. ແຕ່ນີ້ເຖິງປີ 2020, ພັກ ແລະ ລັດຖະບານ ຈະນຳພາປະຊາຊົນລາວ ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8 (2015-2020) ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ເພື່ອຈະນຳເອົາປະເທດ ໃຫ້ຫລຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາ.
ທ່ານເອກອັກຄະລັດຖະທູດ ໄດ້ກ່າວເຖິງຄວາມສໍາພັນ ລາວ-ໄທ ສໍາຄັນຕອນໜຶ່ງວ່າ ສປປ ລາວ ແລະ ຣາຊະອານາຈັກໄທ ເປັນປະເທດເພື່ອນບ້ານໃກ້ຄຽງທີ່ມີເສັ້ນຊາຍແດນຕິດຈອດກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ; ມີຄວາມຜູກພັນທາງດ້ານຮີດຄອງປະເພນີ, ວັດທະນະທໍາ, ສາດສະໜາ ແລະ ພາສາຄ້າຍຄືກັນມາແຕ່ບູຮານນະການ; ມີເສັ້ນທາງ ແລະ ຂົວມິດຕະພາບ 4 ແຫ່ງເຊື່ອມໂຍງເຂົ້າຫາກັນ, ເຊີ່ງທັງໝົດນີ້ໄດ້ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດລາວ ແລະ ໄທ ມີການຕິດຕໍ່ພົວພັນໄປມາຫາສູ່ ແລະ ຮ່ວມມືຊ່ວຍເຫລືອກັນຢ່າງກວ້າງຂວາງ.
ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950. ນັບແຕ່ເວລານັ້ນເປັນຕົ້ນມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍທັງພາກລັດຖະບານ ແລະ ພາກເອກະຊົນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມສັນຖະວະໄມຕີຊື່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ. ພິເສດແມ່ນການສະເດັດຢ້ຽມຢາມ ສປປ ລາວ ເປັນສ່ວນພະອົງຂອງ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ປະຈຳແຕ່ລະປີ, ການເດີນທາງມາຮ່ວມພິທີຖວາຍພະເພິງ ສົມເດັດພະເຈົ້າມະຫາ ຊິວິດພູມີພົນ ອະດຸນຍະເດດ ໃນວັນທີ 26 ຕຸລາ 2017 ຂອງປະທານປະເທດລາວ ແລະ ພັນລະຍາ, ການຢ້ຽມຢາມເຮັດວຽກທາງດ້ານທຸລະກິດ - ການຄ້າທີ່ ສປປ ລາວ ຂອງຄະນະນັກທຸລະກິດໄທ ນຳໂດຍ ພະນະທ່ານ ຮອງນາຍົກລັດຖະມົນຕີ ສົມຄິດ ຈະຕຸສີພິທັກ ໃນວັນທີ 16-17 ມັງກອນ 2017, ການແລກປ່ຽນການຢ້ຽມຢາມເຮັດວຽກຂອງ ຄະນະກໍາມາທິການວ່າດ້ວຍການຮ່ວມມືລາວ - ໄທ (JC); ຄະນະກຳມາທິການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ - ໄທ (GBC); ຄະນະກຳມາທິການຊາຍແດນຮ່ວມລາວ-ໄທ (JBC); ຄະນະເຈົ້າແຂວງ- ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທ ແລະ ໄທ-ລາວ, ສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ແລະ ອື່ນໆ.
ຄຽງຄູ່ກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ການໄປມາຫາສູ່ທີ່ດີຕໍ່ກັນນີ້ ການຮ່ວມມືທາງດ້ານເສດຖະກິດ-ການຄ້າສອງຝ່າຍ ແລະ ການລົງທືນຂອງໄທ ຢູ່ ສປປ ລາວ ກໍມີທ່າອ່ຽງເພີ່ມຂຶ້ນ. ມາເຖິງປັດຈຸບັນ ການລົງທືນຂອງໄທຢູ່ ສປປ ລາວ ມີ 671 ໂຄງການ, ລວມມູນຄ່າ 4,5 ຕື້ໂດລາສະຫະລັດ ແລະ ຈັດຢູ່ອັນດັບທີສອງຂອງການລົງທືນຕ່າງປະເທດຢູ່ ສປປ ລາວ. ນອກຈາກນັ້ນ ຍັງມີໂຄງການພະຣາຊະດຳຣິ ແລະ ການຊ່ວຍເຫຼືອ ຂອງລັດຖະບານດ້ານການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໃນພິທີສະເຫລີມສະຫລອງວັນຊາດໃນປີນີ້ ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງນັກສຶກສາລາວ ຢູ່ປະເທດໄທ, ການປະກອບສ່ວນສະແດງຟ້ອນພື້ນເມືອງ, ຫມໍລໍາ ແລະ ຮ້ອງເພງຂອງພີ່ນ້ອງຄົນໄທເຊື້ອສາຍລາວ, ເຊັ່ນ: ລາວພວນ, ລາວໄຕດໍາ, ລາວວຽງ, ລາວຄັ່ງ, ລາວງ້ຽວ ຢ່າງມ່ວນຊື່ນເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີດີງາມ ແຕ່ຕົ້ນຕະຫລອດປາຍ.