ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີ ມອບ-ຮັບ ກະດູກ ແລະ ສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

AmericaMIA

 

ໃນຕອນເຊົ້າຂອງວັນທີ 7 ທັນວາ 2017, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນວຽກງານສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 01 ປະຈໍາສົກປີ 2017-2018, ຢູ່ກໍລະນີ 1791 ຢູ່ບໍລິເວນບ້ານສີບຸນເຮືອງ, ເມືອງຮຸນ, ແຂວງອຸດົມໄຊ, ກໍລະນີ 1541, ຢູ່ບໍລິເວນບ້ານນາກູດ, ເມືອງຮ້ຽມ, ແຂວງຫົວພັນ ແລະ ກໍລະນີ 0802, ຢູ່ບໍລິເວນບ້ານບານ, ເມືອງຄໍາ, ແຂວງຊຽງຂວາງ.

 

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບ ໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແມ່ນ ທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ, ຄະນະຊີ້ນຳວຽກງານ MIA, ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມລິກາ ແມ່ນ ທ່ານ ໄມໂຄ ຄລາຍ, ອຸປະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ, ເປັນຜູ້ກ່າວຮັບ. ໃນພິທີດັ່ງກ່າວ ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະວິຊາການ ລາວ-ອາເມລິກາ ທີ່ປະຕິບັດວຽກງານຕົວຈິງໃນພາກສະໜາມຈໍານວນໝຶ່ງເຂົ້າຮ່ວມນໍາ.

 

ໂດຍສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຊຶ່ງສາມາດຄົ້ນພົບສິ່ງເສດເຫຼືອທະຫານອາເມລິກາ ທີ່ເສຍຊີວິດຢູ່ລາວໄດ້ແລ້ວ ຈຳນວນ 279 ຄົນ ແລະ ຍັງເຫຼືອອີກຈຳນວນ 294 ຄົນ ຈາກຈຳນວນທັງໝົດ 573 ຄົນຊຶ່ງຈະໄດ້ຮ່ວມມືກັນສືບຕໍ່ສໍາຫຼວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.

 

ເວົ້າລວມແລ້ວວຽກງານດັ່ງກ່າວ ຂອງທັງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບໝາກຜົນສຳເລັດອັນດີເປັນກ້າວໆມາ ກໍ່ຍ້ອນການຮ່ວມມືຢ່າງຈິງໃຈຂອງລັດຖະບານກໍຄືເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ຂອງປະຊາຊົນບັນດາເຜົ່າມາເຖິງປັດຈຸບັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484636
ມື້ນີ້152
ມື້ວານ188
ອາທິດນີ້1074
ເດືອນນີ້3941