ພາຍຫລັງທີ່ລັດຖະບານລາວ ແລະ ສ. ເກົາຫລີ ໄດ້ມີການຮ່ວມມື ແລະ ເຊັນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການສົ່ງ-ຮັບແຮງງານ ໂດຍຜ່ານລະບົບການຈ້າງງານໃນທ້າຍປີ 2016. ໃນຕອນເຊົ້າວັນທີ 06 ກຸມພາ 2018, ທີ່ສະຫນາມບິນສາກົນອິນຊອນ, ສ.ເກົາຫລີ, ໄດ້ມີພິທີຕ້ອນຮັບແຮງງານຈາກ ສປປ ລາວ ຊຸດທຳອິດ ຈຳນວນ 26 ຄົນ ຜູ້ທີ່ໄດ້ຜ່ານການສອບເສັງໂດຍຜ່ານລະບົບການຈ້າງແຮງງານຂອງ ສ.ເກົາຫລີ (Employment Permit System ຫລື EPS) ທີ່ນະຄອນຫລວງວຽງຈັນ ໃນປີ 2017 ຜ່ານມາ. ໂດຍການເຂົ້າຮ່ວມໃນພິທີຂອງ ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດລາວ ປະຈຳ ສ.ເ ກົາຫລີ, ທ່ານ ກິມ ດັອງ ມັນ (Kim Dong Man), ປະທານສຳນັກງານພັດທະນາຊັບພະຍາກອນມະນຸດ (Human Resources Development Service of Korea ຫລື HRD Korea), ທ່ານ ກິມ ດົງ ໂຮ (Kim Dong Ho), ຫົວຫນ້າກົມແຮງງານຕ່າງປະເທດ, ກະຊວງການຈ້າງງານ ແລະ ແຮງງານ, ມີທ່ານເລຂາທິການໃຫຍ່ມູນນິທິແຮງງານເກົາຫລີ (Korea Labor Foundation), ທ່ານຜູ້ຕາງຫນ້າສູນ EPS ປະຈຳ ລາວ, ພະນັກງານສະຖານທູດ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງຈຳນວນຫນື່ງ ເຂົ້າຮ່ວມ.
ສຳລັບແຮງງານໃຫມ່ທີ່ມາອອກແຮງງານຢູ່ ສ. ເກົາຫລີ, ທັນທີທີ່ເດີນທາງມາຮອດເກົາຫລີຈະຕ້ອງໄດ້ຜ່ານການຝຶກອົບຮົມໄລຍະສັ້ນເປັນເວລາ 2 ຄືນ 3 ມື້ ຢູ່ສູນຝຶກອົບຮົມແຮງງານ ຂອງ ມູນນິທິແຮງງານເກົາຫລີ, ທີ່ ເມືອງຢໍຈູ (Yeoju), ແຂວງກັອງກີ (Gyeonggi), ເພື່ອຊ່ວຍໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈສະພາບການເຮັດວຽກ ແລະ ການດຳລົງຊີວິດຢູ່ ສ. ເກົາຫລີ. ໃນຕອນເຊົ້າວັນທີ 08 ກຸມພາ 2018, ຈຶ່ງໄດ້ມີພິທີປິດຊຸດຝຶກອົບຮົມໃຫ້ແກ່ແຮງງານລາວ ຢູ່ສູນຝຶກອົບຮົມດັ່ງກ່າວ, ໂດຍເຂົ້າຮ່ວມໃນພິທີມີທ່ານເອກອັກຄະລັດຖະທູດ ຄຳສວຍ ແກ້ວດາລາວົງ, ທ່ານ ລີ ຈັອງ ຊິກ (Lee Jung Sik), ເລຂາທິການໃຫຍ່ມູນນິທິແຮງງານເກົາຫລີ, ທ່ານ ແບ ຊູ ນາມ (Bae Soo Nam), ຜູ້ອຳນວຍການສູນແຮງງານສາກົນ, ມີຜູ້ຕາງຫນ້າ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງແລະສະຖານທູດລາວເຂົ້າຮ່ວມ. ໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍກ່າວໄດ້ຊົມເຊີຍ ແລະ ມີຄຳເຫັນວ່າ ນີ້ເປັນຜົນສຳເລັດໃນເບື້ອງຕົ້ນຊື່ງສອງຝ່າຍ ລາວ-ເກົາຫລີ ຈະຕ້ອງໄດ້ສືບຕໍ່ພັດທະນາໄປເລື້ອຍໆ ພ້ອມສະແດງຄວາມຫວັງຢາກເຫັນແຮງງານລາວເຮັດວຽກຢູ່ ສ. ເກົາຫລີ ເປັນຈຳນວນຫລາຍຄືກັບປະເທດອື່ນໆ. ຈາກນັ້ນ ກໍໄດ້ແນະນຳໃຫ້ແຮງງານລາວເອົາໃຈໃສ່ປະຕິບັດລະບຽບກົດຫມາຍ, ລະບຽບຂອງຜູ້ຈ້າງງານທີ່ລະບຸໄວ້ໃນສັນຍາ, ເອົາໃຈໃສ່ດຸຫມັ່ນໃນການເຮັດວຽກ, ມີຄວາມມານະອົດທົນ, ຊື່ສັດສຸຈະລິດ, ປະຕິບັດໂມງເວລາຢ່າງເຂັ້ມງວດ, ປະຢັດມັດທະຍັດ ແລະ ບໍ່ຫລິ້ນກິນຟູມເຟືອຍ. ຄຽງຄູ່ກັບວຽກງານກໍໄດ້ຮຽກຮ້ອງໃຫ້ຮຽນຮູ້ວັດທະນະທຳ ແລະ ນັບຖືຮີດຄອງປະເພນີ, ຮ່ຳຮຽນພາສາເກົາຫລີທີ່ມີຄວາມຈຳເປັນສຳລັບວຽກງານ ແລະ ການດຳລົງຊີວິດ, ທັງນີ້ກໍເພື່ອພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໄປນຳໃຊ້ໃນອະນາຄົດຂ້າງຫນ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ຢ້ຳຕື່ມວ່າແຮງງານລາວຊຸດທຳອິດນີ້ຖືເປັນຊຸດເປີດທາງໃນການມາເຮັດວຽກຢູ່ ສ.ເກົາຫລີ, ສະນັ້ນ ຕ້ອງໄດ້ເປັນແບບຢ່າງທີ່ດີໃນການສ້າງຊື່ສຽງເພື່ອຊຸດຕໍ່ໆໄປ ທັງນີ້ກໍເພື່ອເປັນກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວຂອງພວກເຮົາ. ໃນທ້າຍເດືອນກຸມພາ 2018 ນີ້ກໍຈະມີແຮງງານລາວອີກຈຳນວນຫນຶ່ງທີ່ຈະເດີນທາງມາເຮັດວຽກຢູ່ ສ.ເກົາຫລີ ຕື່ມອີກ.