ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ບົດບາດ ສປປ ລາວ ໃນການເຊື່ອມຈອດພາກພື້ນແມ່ນໍ້າຂອງ

 

ECmeeting

 

ໃນວັນທີ 15-16 ກຸມພາ 2018, ທີ່ ຫ້ອງວ່າການແຂວງສະຫວັນນະເຂດ, ກົມເສດຖະກິດ, ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ບົດບາດຂອງ ສປປ ລາວ ໃນການເຊື່ອມຈອດພາກພື້ນແມ່ນໍ້າຂອງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກຂະແໜງການກ່ຽວຂ້ອງ, ພາກທຸລະກິດ, ມະຫາວິທະຍາໄລ ສະຫວັນນະເຂດ ພາຍໃນແຂວງ ຈໍານວນ 65 ກວ່າທ່ານ.

-       ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນ:

  • - ເພື່ອພັດທະນາຄວາມຮູ້ ແລະ ສ້າງຄວາມເຂົ້າໃຈ ໃຫ້ກັບຜູ້ເຂົ້າຮ່ວມຕໍ່ກັບໂອກາດ ແລະ ສິ່ງທ້າທາຍ ໃນວຽກ​ງານການເຊື່ອມຈອດ​ໃນພາກພື້ນແມ່ນໍ້າຂອງ.
  • - ເພື່ອເປັນເວທີໃນການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຂອງພະນັກງານຫຼັກແຫຼ່ງຂອງ​ສູນ​ກາງ​ ແລະ ທ້ອງ​ຖິ່ນ ​ແລະ ລະຫວ່າງພາກ​ລັດ-ເອກກະຊົນ ຕໍ່ກັບບັນດາສິ່ງທ້າທາຍ ທີ່ອາດຈະເກີດຂຶ້ນໃນອະນາຄົດ ແລະ ກຽມພ້ອມທີ່ຈະຮັບມືກັບສິ່ງທ້າທາຍເຫຼົ່ານັ້ນ.
  • - ເພື່ອຍົກສູງບົດບາດຄວາມສໍາຄັນ ຂອງ ສປປ ລາວ ໃນການເຊື່ອມຈອດ ອະນຸພາກພື້ນ, ພາກພື້ນ ແລະ ຂອບການຮ່ວມມືດ້ານເສດຖະກິດສາກົນ, ພ້ອມ​ທັງຊຸກຍູ້​ໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນໃນການລະດົມທຶນຈາກ ຄູ່ຮ່ວມພັດທະນາ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ.
  • - ເພື່ອວາງທິດທາງໃນຕໍ່ໜ້າຂອງ ສປປ ລາວ ໃນການເສີມສ້າງພາກພື້ນ ແລະ ການຮ່ວມມືເສດຖະກິດສາກົນ.

 

ກອງປະຊຸມສຳມະນາໃນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນທີ່ມາຈາກກົມເສດຖະກິດ, ກົມອາຊຽນ ກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາການຄ້າ, ກະຊວງໂຍທາທິການ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກ່ຽວກັບ: 1). ຜົນກອງປະຊຸມສຸດຍອດແມ່ນນໍ້າຂອງ-ຍີ່ປຸ່ນ,CLV, CLMV, ACMECS ແລະ GMS; 2). ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ; 3.) ການເຊື່ອມຈອດໂຄງລ່າງພື້ນຖານໃນພາກພື້ນ;​​ 4.) ນະໂຍບາຍສົ່ງເສີມການຄ້າ ແລະ ການທ່ອງທ່ຽວໃນພາກພື້ນແມ່ນໍ້າຂອງ ແລະ 5.) ແຜນງານການເຊື່ອມຈອດໂຄງລ່າງພື້ນຖານຂອງແຂວງສະຫວັນນະເຂດ. ພ້ອມທັງໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຟົດຟື້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະບົດບາດ ແລະ ການມີສ່ວນຮ່ວມຢ່າງຫ້າວຫັນຂອງ ສປປ ລາວ ໃນຍຸກການເຊື່ອມຈອດ. ໂດຍລວມ ແລະ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງ, ທ້ອງຖິ່ນຂອງແຂວງສະຫວັນນະເຂດ ເພື່ອນໍາເອົາຄວາມຮູ້ເຫຼົ່ານັ້ນໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບ. ພ້ອມດຽວກັນນັ້ນ, ກໍຈະມີກິດຈະກໍາເຄື່ອນໄຫວກິລາຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານຂອງກະຊວງ ແລະ ບັນດາຂະແໜງການກ່ຽວຂ້ອງ ຂອງແຂວງສະຫວັນນະເຂດ.


ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485701
ມື້ນີ້0
ມື້ວານ206
ອາທິດນີ້737
ເດືອນນີ້5006