ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ຮ່ວມງານປະເພນີປະຈໍາປີ 2018 ໄທພວນແຫ່ງປະເທດໄທ

emthai 17

ວັນທີ 17 ກຸມພາ 2018, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ໄດ້ໃຫ້ກຽດເຂົ້າຮ່ວມງານສືບສານປະເພນີວັດທະນະທໍາໄທພວນ ແລະ ທອດຜ້າປ່າສາມາຄີ ຄັ້ງທີ່ 60 ປະຈໍາປີ 2018 ຈັດຂຶ້ນທີ່ວັດບ້ານໃໝ່ທະນາລາມ, ຕາແສງ ຫາດສ້ຽວ, ເມືອງສີສັນຊະນາໄລ, ຈັງຫວັດ ສຸໂຂໄທ, ຣາຊະອານາຈັກໄທ; ມີທ່ານ ພິພັດ ເອກພາພັນ, ເຈົ້ແຂວງສຸໂຂໄທ, ທ່ານ ພົນໂທ ທະນະພັດ ສີກຸນໄຊພັດ, ປະທານຊົມລົມໄທພວນແຫ່ງປະເທດໄທ, ມີອໍານາດການປົກຄອງເມືອງ, ຕາແສງ, ບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນຊາວ ຈັງຫວັດສຸໂຂໄທ ແລະ ຊາວໄທພວນ ຈາກ 23 ຈັງຫວັດ, 25 ຊົມລົມຂອງປະເທດໄທເຂົ້າຮ່ວມ 3.000 ກວ່າຄົນ.

ໃນໂອກາດກ່າວຄໍາປາໄສໃນພິທີເປີດບຸນປະເພນີປະຈໍາປີໄທພວນແຫ່ງປະເທດໄທເທື່ອນີ້; ທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງພີນ້ອງໄທພວນຈັງຫວັດສຸໂຂໄທ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍໍ້ຍ້ອງຍໍຊົມເຊີຍການຈັດບຸນດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕູ້ມຫໍ່ກັນແໜ້ນໜາຂອງຊາວໄທພວນຕະຫລອດໄລຍະຜ່ານມາ. ປີນີ້ສະມາຄົມໄທພວນມີສະມາຊິກລວມທັງໝົດທົ່ວປະເທດຫລາຍກວ່າ 2 ລ້ານກວ່າຄົນ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະໜົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້, ເປັນຄວາມປະທັບໃຈທີ່ໄດ້ພົບພໍ້ພີ່ນ້ອງພວນທີ່ບໍ່ລືມຮີດເກົ່າຄອງຫລັງ, ຍັງບໍ່ລືມແຜ່ນດິນບັນພະບຸລຸດ; ຜ່ານມາພີ່ນ້ອງໄທພວນຫລາຍຄົນກໍ່ໄດ້ຫວນຄືນໄປຢ້ຽມຢາມຖາມຂ່າວພີ່ນ້ອງພວນຢູ່ ສປປ ລາວ ເຊິ່ງໄດ້ສະແດງເຖິງຄວາມຮັກຕໍ່ແຜ່ນດິນບັນພະບຸລຸດ, ເປັນການປະກອບສ່ວນເຮັດໃຫ້ ການພົວພັນອັນດີງາມລະຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກໄທນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາການພົວພັນອັນດີງາມລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະລະຫວ່າງພີ່ນ້ອງພວນຂອງສອງປະເທດໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ. ທ່ານ ຍັງເຊີນຊວນພີນ້ອງໄທພວນ ກໍຄືຊາວໄທທັງຫລາຍ ໄປທ່ຽວຊົມທຳມະຊາດຢູ່ ສ.ປ.ປ ລາວ ທີ່ຍັງຄົງຮັກສາໄວ້ໄດ້ເໝືອນເດີມ ໂດຍສະເພາະຊາວໄທພວນ ໄປຢ້ຽມຢາມ ແຂວງຊຽງຂວາງ ເຊິ່ງເປັນແຂວງໜື່ງທີ່ມີຄົນພວນອາໃສຢູ່ຢ່າງຫລວງຫລາຍ.

  ໄທພວນແຫ່ງປະເທດໄທ ແມ່ນມີຖິ່ນກຳເນີດທີ່ ແຂວງຊຽງຂວາງ ສປປ ລາວ ມາຫຼາຍກວ່າ 1164 ປີ ແລະ ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນປະເທດໄທ ໄດ້ຫຼາຍກວ່າ 400 ປີ. ບຸນປະເພນີສືບສານປະເພນີວັດທະນະທໍາໄທພວນ ຖືກຈັດຂຶ້ນທຸກປີ ເຊິ່ງມີສະມາຄົມໄທພວນແຫ່ງປະເທດໄທເປັນເສົາຫລັກ, ປ່ຽນຜຽນກັນໄປແຕ່ລະຈັງຫວັດຕາມເງື່ອນໄຂສະເພາະປີນີ້ຈັດຂຶ້ນຢູ່ເມືອງສີສັນຊະນາໄລ, ແຂວງສຸໂຂໄທມີຄົນເຊື້ອສາຍພວນອາໄສຢູ່ຫຼາຍເປັນອັນດັບທີສອງຂອງປະເທດໄທ.  ໃນໂອກາດເດີນທາງໄປເຂົ້າຮ່ວມງານດັ່ງກ່າວນີ້, ທ່ານເອກອັກຄະລັດຖະທູດລາວ ພ້ອມດ້ວຍຄະນະຍັງໄດ້ເດີນທາງໄປທ່ຽວຊົມສະຖານທີ່ທາງວັດທະນາທຳທາງປະຫວັດສາດ ແລະ ພຸດທະສາດສະໜາອີກຈຳນວນໜື່ງ ເຊິ່ງໃນແຕ່ລະບ່ອນແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະຊາຊົນ ແລະ ອຳນາດການປົກຄອງຢ່າງເປັນກັນເອງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485463
ມື້ນີ້164
ມື້ວານ227
ອາທິດນີ້499
ເດືອນນີ້4768