ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບາບລາວ ແຕ່ງຕັ້ງ ທ່ານ ຊິເກຍະ ນາກາໂນ ເປັນກົງສຸນກິດຕິມະສັກຂອງລາວ ຄົນໃໝ່ ປະຈໍາ ແຂວງ ນາໂກຢ້າ, ປະເທດ ຍີ່ປຸ່ນ

emjapan teangtung

    ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ໄດ້ຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດໃຫ້ແກ່ ທ່ານ ຊິເກຍະ ນາກາໂນ (Mr. Shigeya NAKANO) ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງ ນາໂກຢ້າ, ປະເທດ ຍີ່ປຸ່ນ, ໃນວັນທີ 16 ກຸມພາ 2017, ໂດຍ ທ່ານ ວິໂຣດ ສູນດາຣາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ, ເປັນຜູ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ກົງສຸນກິດຕິມະສັກລາວຄົນໃໝ່ ແລະ ໄດ້ມີພະນັກງານສະຖານທູດ ເຂົ້າຮ່ວມໃນພິທີດັ່ງກ່າວ.

   ທ່ານ ຊິເກຍະ ນາກາໂນ ໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ແລະ ຍີ່ປຸ່ນ ໃນວັນທີ 24 ຕຸລາ 2017 ໃຫ້ດຳລົງຕຳແໜ່ງກົງສຸນກິດຕິມະສັກຂອງລາວ ປະຈຳ ແຂວງ ນາໂກຢາ ຊື່ງຜູ້ກ່ຽວ ໄດ້ເຄື່ອນໄຫວຢ່າງຫ້າວຫັນເຂົ້າຮ່ວມປະກອບສ່ວນຊຸ້ກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ຢີ່ປຸ່ນ ໄດ້ດີ, ໄດ້ເຄື່ອນໄຫວ ໂຄສະນາເຜີຍແຜ່ກ່ຽວກັບ ສປປ ລາວ ຢູ່ຕາມສະຖານທີ່ຕ່າງໆ ໃນຍີ່ປຸ່ນ, ເຄື່ອນໄຫວພົບປະປືກສາຫາລືຮ່ວມກັບຫລາຍພາກສ່ວນທຸລະກິດ, ກຸ່ມນັກທຸລະກິດຍີ່ປຸ່ນ ແລະ ອົງການຕ່າງໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການພົວພັນຮ່ວມມືນັກທຸລະກິດລາວ-ຍີ່ປຸ່ນ ໃຫ້ຫລາຍຂື້ນໃນຫລາຍດ້ານເຊັ່ນ: ດ້ານ ການຄ້າ-ການລົງທືນ, ການສືກສາ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ.

    ໃນພິທີດັ່ງກ່າວ, ທ່ານທູດ ວິໂຣດ ສູນດາຣາ ໄດ້ກ່າວສະແດງຄວາມດີໃຈ ທີ່ໄດ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ ທ່ານ ຊິເກຍະ ນາກາໂນ ເປັນກົງສຸນກິດຕິມາສັກລາວຄົນໃໝ່ ແລະ ຊົມເຊີຍຕໍ່ຜົນງານທີ່ເຄື່ອນໄຫວປະກອບສ່ວນເຂົ້າໃນການຂະຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດມາ. ພ້ອມນີ້, ກໍ່ໄດ້ສະເໜີໃຫ້ກົງສຸນກິດຕິມະສັກລາວຄົນໃໝ່ ເພີ່ມທະວີການປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ ຕາມຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງກົງສຸນກິດຕິມາສັກ ສປປ ລາວ ປະຈຳ ແຂວງ ນາໂກຢ້າ ໃຫ້ມີປະສິດຕິຜົນຫລາຍຂື້ນກວ່າເກົ່າ, ໂດຍສະເພາະແມ່ນການປະກອບສ່ວນເຄື່ອນໄຫວດ້ານການເຜີຍແຜ່ວັດທະທໍາ, ການສືກສາ ແລະ ເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ສົ່ງ ເສີມການພົວພັນຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຂື້ນເລື່ອຍໆ.

ໃນຂະນະດຽວກັນ, ກົງສຸນກິດຕິມາສັກລາວຄົນໃໝ່ ໄດ້ກ່າວສະແດງຄວາມຂອບໃຈ ຢ່າງສຸດຊື້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໝ້າທີ່ອັນສຳຄັນນີ້ ໃຫ້ແກ່ທ່ານ ພ້ອມທັງໃຫ້ສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ສົມກຽດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485622
ມື້ນີ້127
ມື້ວານ196
ອາທິດນີ້658
ເດືອນນີ້4927