ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ເຂົ້າຮ່ວມງານບຸນເຂົ້າຈີ່ໄທພວນ ທີ່ ຈັງຫວັດນະຄອນນາຍົກ

emLao bkg

ຕອນ​ຄ່ຳ​ຂອງວັນ​ທີ 23 ກຸມພາ 2018 ​ຜ່ານ​ມານີ້, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຄະນະໄດ້ເຂົ້າຮ່ວມງານບຸນເຂົ້າຈີ່ປະເພນີວັດທະນາທຳໄທພວນ, ເຊິ່ງຈັດຂຶ້ນຢູ່ວັດຝັ່ງຄອງ, ຕາແສງເກາະຫວາຍ, ເມືອງ ປາກພີ, ຈັງຫວັດນະຄອນນາຍົກ. ໃນພິທີດັ່ງກ່າວ, ທ່ານທູດ ແລະ ຄະນະໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກ ທ່ານ ນັດຖະພົງ ສິຣິຊະນະ, ຜູ້ວ່າຣາຊະການ (ເຈົ້າແຂວງ) ນະຄອນນາຍົກ, ທ່ານ ພົນໂທ ທະນະພັດ ສີກຸນໄຊພັດ, ປະທານຊົມລົມໄທພວນ ແຫ່ງປະເທດໄທ, ອຳນາດການປົກຄອງເມືອງ ແລະ ບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນຄົນໄທ ເຊື້ອສາຍລາວພວນໃນທ້ອງຖິ່ນດັ່ງກ່າວ ແລະ ມາຈາກຈັງຫວັດຕ່າງໆຂອງໄທປະມານ 1.000 ກວ່າຄົນ.

ໃນພິທີເປີດງານ, ທ່ານປະທານພິທີໄດ້ກ່າວວ່າ: ການ​ຈັດ​ງານ​ຄັ້ງ​ນີ້​ແມ່ນ​ເປັນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມາ​ຄີ ແລະ ສືບສານ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ໄທ​ພວນ​ທີ່​ມີ​ຕົ້ນ​ກຳ​ເນີດ​ຂອງບັນ​ພະ​ບຸ​ລຸດ​ມາຈາກ​ພວນ​ແຂວງ ຊຽງ​ຂວາງ ເຊິ່ງພາຍໃນງານໄດ້ມີຈັດຕັ້ງກຸ່ມນັກສະແດງຮີດ 12 ຂອງຊຸມຊົນໄທພວນທີ່ສືບທອດກັນມາແຕ່ບູຮານນະການ .

ໃນ​ພິທີດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ຕີລາສູງການຕ້ອນຮັບອັນອົບອຸ່ນ, ມີຄວາມພາກພູມໃຈຕໍ່ການພົວພັນລາວ-ໄທ ໃນໄລຍະໃໝ່, ຍ້ອງຍໍຊົມເຊີຍພີ່ນ້ອງເຊື້ອສາຍພວນຈັງຫວັດນະຄອນນາຍົກ ທີ່ໄດ້ສືບຕໍ່ອະນຸລັກ ຮັກສາຮີດຄອງປະເພນີອັນດັ່້ງເດີມຂອງບັນພະບຸລຸດ, ປູຍາຕາຍາຂອງຕົນ, ພໍ່ແມ່ໄດ້ສືບທອດຕໍ່ໆກັນມາ ແລະ ສະເໜີໃຫ້ພ້ອມກັນສືບຕໍ່ອະນຸລັກຮັກສາ ແລະ ສົ່ງເສີມໃຫ້ຍືນຍົງຄົງຕົວ ໄປສູ່ລຸ້ນຂອງລູກລຸ້ນຂອງຫຼານ; ພ້ອມທັງເຊີນຊວນ ພີ່ນ້ອງໄທພວນໄປຢ້ຽມຢາມ ສ.ປ.ປ ລາວ ໃນເວລາທີ່ມີຄວາມສະດວກເໝາະສົມ.

ໃນ​ງານ​ບຸນ​ດັ່ງ​ກ່າວ​ໄດ້​ມີ​ການແຕ່ງກາຍ, ການສະແດງກ່ຽວກັບວິທີຊິວິດ, ການຖືກຮຸກຮານ ແລະ ການອົບພະຍົກຈາກຊຽງຂວາງໄປປະເທດໄທຂອງໄທພວນ, ການສະແດງສິລະປະ, ການຂັບລຳ, ການອ່ານກາບກອນ ແລະ ການຍິງບັ້ງໄຟດອກ ເຮັດໃຫ້ທົ່ວງານເຕັມໄປດ້ວຍບັນຍາກາດ ເບີກບານມ່ວນຊື່ນ ແລະ ສະຫວ່າງສະໄຫວ. ບຸນເຂົ້າ ຈີ່ເປັນປະເພນີຂອງ ຊາວໄທພວນ ໄດ້ຈັດຂຶ້ນທຸກໆປີ. ປັດຈຸບັນຄົນໄທເຊື້ອສາຍພວນ ຢູ່ຈັງຫວັດນະຄອນນາຍົກມີປະມານ 8.000 ກວ່າຄົນ, ປະກອບດ້ວຍຫຼາຍວິຊາຊີບ ແລະ ຈຳນວນໜື່ງກໍເຮັດການຜະລິດກະສິກຳ-ເຮັດນາ, ສ່ວນເພດຍິງຍັງມີຄວາມ ຊຳນານໃນການຕ່ຳສີ້ນຕີນຈົກ ທີມີລວດລາຍເປັນເອກະລັກສະເພາະທີ່ສວຍງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485774
ມື້ນີ້73
ມື້ວານ206
ອາທິດນີ້810
ເດືອນນີ້5079