ໃນວັນທີ 8 ມີນາ 2018, ທີ່ ທຳນຽບປະທານາທິບໍດີ, ນະຄອນຫຼວງອັງກາຣາ, ສາທາລະນະລັດ ຕວັກກີ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Recep Tayyip ERDOGAN, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຕວັກກີ, ຊຶ່ງມີສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ເຈນີວາ, ປະເທດສະວິດ.
ພາຍຫຼັງການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະໂອ້ລົມກັບ ພະນະທ່ານປະທານາທິ ບໍດີ, ຊຶ່ງທ່ານທູດ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານ ເພື່ອນມິດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Recep Tayyip ERDOGAN ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຕວັກກີ ທຸກຖ້ວນໜ້າ.
ໃນໂອກາດນີ້, ທ່ານທູດ ໄດ້ຕີລາຄາສູງການພົວພັນສອງຝ່າຍຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 26 ມິຖຸນາ 1958, ສະແດງຄວາມຊົມເຊີຍຕໍ່ບົດບາດອັນສຳຄັນ ຂອງ ສ. ຕວັກກີ ຢູ່ໃນພາກພື້ນ ແລະ ສາກົນ, ການເຕີບໃຫຍ່ຂະຫຍາຍຕົວທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງ ສ. ຕວັກກີ ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານທູດ ຍັງໄດ້ແຈ້ງໂດຍຫຍໍ້ ກ່ຽວກັບ ການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ລວມທັງການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາທີ່ຈະນຳເອົາປະເທດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາພາຍໃນປີ 2020 ແລະ ສະແດງຄວາມຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານ ສ. ຕວັກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສະເໜີໃຫ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ. ຕວັກກີ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ພະນະທ່ານ Recep Tayyip ERDOGAN ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ ທ່ານ ຄຳອິນ ຄິດຈະເດດ ໃນການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ. ຕວັກກີ, ສະແດງຄວາມຊົມເຊີຍຕໍ່ ປະຊາຊົນ ແລະ ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ມີການ ເຕີບໃຫຍ່ຂະຫຍາຍຕົວ ໃນດ້ານການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ, ໄດ້ສົ່ງຄຳຍື້ຢາມ ຖາມຂ່າວ ອັນອົບອຸ່ນ, ຄວາມອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ.
ການຍື່ນສານ ແລະ ການພົບປະລະຫວ່າງ ພະນະທ່ານປະທານາທິບໍດີແຫ່ງ ສາທາລະນະລັດ ຕວັກກີ ແລະ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ຄົນໃໝ່ ໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແຕ່ຕົ້ນ ຕະຫຼອດປາຍ.