ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການໂຄສະນາເຜີຍແຜ່ບັນດານິຕິກຳຊາຍແດນ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ

xaiydanWeb

 

ໃນວັນທີ 15-16 ມີນາ 2018, ທ່ານ ແພງສະຫວັນ ແກ້ວປະເສີດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກ ສ່ວນທີ່ກ່ຽວຂ້ອງຈາກກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ກົມຕຳຫຼວດກວດຄົນເຂົ້າ-ອອກ ເມືອງ, ກະຊວງປ້ອງກັນຄວາມສະຫງົບ, ສູນກາງແນວລາວສ້າງຊາດ, ກົມກົງສຸນ, ກະຊວງການຕ່າງປະເທດ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດທີ່ກ່ຽວຂ້ອງ ກັບວຽກງານຊາຍແດນ ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງ ໃຫ້ແກ່ຜູ້ຕາງໜ້າຈາກທຸກຂະແໜງການຂອງແຂວງອຸດົມໄຊ ແລະ ບັນດາເມືອງອ້ອມຂ້າງຂອງແຂວງ; ຊຶ່ງການໂຄສະນະເຜີຍແຜ່ໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ທີ່ ຫ້ອງວ່າການປົກຄອງແຂວງອຸດົມໄຊ ແລະ ຫ້ອງວ່າການປົກຄອງເມືອງນາຫມໍ້.

 

ກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການຮ່ວມມືກັນ ລະຫວ່າງ ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ກັບ ພະແນກການຕ່າງປະເທດແຂວງອຸດົມໄຊ. ໃນວາລະດຳເນີນກອງປະຊຸມ, ພາຍຫຼັງ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ, ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນຫົວໜ້າຄະນະກຳມະການຊາຍແດນ ລາວ-ຈີນ ຂັ້ນແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ, ບັນດາຜູ້ຕາງໜ້າຈາກສູນກາງ ກໍໄດ້ຂຶ້ນຜັດປ່ຽນກັນບັນຍາຍເອກະສານທີ່ຕົນໄດ້ກະ ກຽມມາ ໂດຍເລີ່ມຈາກຫົວຂໍ້: ປະຫວັດຄວາມເປັນມາຂອງການກຳນົດເຂດແດນ ແລະ ປັກຫຼັກໝາຍຊາຍແດນຂອງລາວກັບບັນດາປະເທດໃກ້ຄຽງໃນໄລຍະຜ່ານມາ, ຊຶ່ງໄດ້ຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ, ໃນນີ້ໄດ້ເນັ້ນກ່ຽວກັບສະພາບທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ລາວ-ກໍາປູເຈຍ ໂດຍສະເພາະບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ໃຫ້ທີ່ປະຊຸມຮັບຊາບໂດຍຫຍໍ້ຕື່ມອີກ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ລະຫວ່າງ ສປປ ລາວ ກັບ ສປ ຈີນ, ສັນຍາວ່າດ້ວຍດ່ານ ແລະ ລະບຽບການຄຸ້ມຄອງດ່ານ ລະ ຫວ່າງ ສປປ ລາວ ກັບ ສປ ຈີນ, ອະນຸສັນຍາວ່າດ້ວຍການກວດກາຊາຍແດນຮ່ວມຄັ້ງທີ I ລະຫວ່າງ ສປປ ລາວ ກັບ ສປ ຈີນ; ວຽກງານກົງສູນ-ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ; ວຽກງານກວດກາຄົນ ເຂົ້າ-ອອກ ເມືອງ; ວຽກງານຄຸ້ມຄອງພົນລະເມືອງ ກ່ຽວກັບ ການຈົດທະບຽນຄອບຄົວ ແລະ ການຍົກຍ້າຍ; ວຽກງານຄຸ້ມຄອງສຳມະໂນຄົວ; ວຽກງານການທູດປະຊາຊົນຂອງແນວລາວສ້າງຊາດ ແລະ ຄວາມໝາຍຄວາມສໍາຄັນຂອງວຽກງານໂຄສະນາ, ຊຶ່ງໃນເວລາບັນຍາຍ, ຜູ້ບັນຍາຍ ກໍໄດ້ເປິດໂອກາດໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມຈໍານວນ 180 ຄົນ ຍົກເອົາບັນຫາທີ່ມີຄວາມສົນໃຈຂຶ້ນມາແລກ ປ່ຽນຄຳຄິດຄຳເຫັນ ຫຼື ຖາມ-ຕອບ ນຳກັນ ເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນເວລາການຈັດຕັ້ງປະຕິບັດວຽກງານ ແລະ ແກ້ໄຂບັນຫາຕົວຈິງ ຖ້າມີກໍລະນີເກີດຂຶ້ນ ພ້ອມນີ້ກໍເພື່ອແນໃສ່ປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ ລວມທັງການສ້າງເສັ້ນຊາຍແດນລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງຍືນຍົງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480276
ມື້ນີ້106
ມື້ວານ157
ອາທິດນີ້674
ເດືອນນີ້6507