ຕອນເຊົ້າວັນທີ 9 ເມສານີ້ ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳລາຊະອານາຈັກໄທ;ທ່ານຫງວ້ຽນ ຮ່າຍ ບັງ, ເອກອັກຄະລັດຖະທູດແຫ່ງສສ. ຫວຽດນາມປະຈໍາລາຊະອານາຈັກໄທ ໄດ້ເຂົ້າອວຍພອນປີໃໝ່ລາວ ພ.ສ 2561 ແດ່ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດແຫ່ງສປປລາວປະຈໍາລາ ຊະອານາຈັກໄທ, ມີພະນັກງານສອງສະຖານທູດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານເອກອັກຄະລັດຖະທູດຫງວ້ຽນ ຮ່າຍ ບັງ ໄດ້ກ່າວອວຍພອນປີໃໝ່, ຕີລາສູງການພົວພັນຫວຽດນາມ-ລາວ ທີ່ນັບມື້ແຕກດອກອອກຜົນ, ສະແດງຄວາມເຊື່ອໝັ້ນວ່າມິດຕະພາບອັນຫຍິ່ງໃຫ່ຍ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈະຍີ່ງນັບມື້ງອກງາມຂຶ້ນໄປເລື້ອຍໆ.
ໂອກາດດັ່ງກ່າວນີ້, ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ກ່າວສະແດງຄວາມຂອບໃຈ ຄຳອວຍພອນທີ່ດີງາມ, ຕີລາຄາສູງການພົວພັນລະຫວ່າງລາວ-ຫວຽດນາມ ທີ່ນັບມື້ກ້າວສູ່ລວງເລີກ, ເກີດດອກອກຜົນໃນຫລາຍດ້ານ, ອວຍພອນໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ- ສສ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ຈະເລີນງອກງາມຍິ່ງໆ ຂຶ້ນໄປ.