ໃນວັນທີ 7 ເມສາ 2018 ທີ່ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນດານັງ, ສສ ຫວຽດນາມ ຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນດານັງ ແລະ ສະຫະພັນແມ່ຍິງນະຄອນດານັງ ໄດ້ຈັດພິທີສະຫຼອງປີໃໝ່ລາວ ພ.ສ. 2561 ເປັນກຽດເຂົ້າຮ່ວມໃນງານຄັ້ງນີ້ໂດຍ ປະທານແນວໂຮມແຫ່ງຊາດ ຫວຽດນາມ, ຜູ້ຕາງໜ້າພະແນກ, ຂະແໜງການນະຄອນດານັງ, ບັນດາປ້າ ລຸງ ທະຫານອາສາສະໝັກຫວຽດນາມຊ່ວຍເຫຼືອລາວ ແລະ ປະຊາຊົນນະຄອນດານັງ; ນັກສຶກສາລາວ ຈໍານວນໜຶ່ງ; ຜູ້ຕາງໜ້າການນໍາຂອງ ບັນດາແຂວງພາກກາງຫວຽດນາມ; ກົງສຸນໃຫຍ່ແຫ່ງສະຫະພັນລັດເຊຍ, ກົງສຸນໃຫຍ່ ສ.ປ ຈີນ, ຮອງກົງສຸນກິດຕິມະສັກ ສະເປນ ທີ່ ນະຄອນດານັງ ລວມທັງໝົດປະມານ 500 ຄົນ.
ໃນງານສະເຫີຼມສະຫຼອງ, ທ່ານ ຄໍາແສນ ພົມມະແສງ, ກົງສຸນໃຫຍ່ ໄດ້ຂຶ້ນກ່າວອວຍພອນປີໃໝ່ ແລະ ເຊີນຮັບປະທານອາຫານ ຊຶ່ງມີ ອາຫານລາວ ແລະ ຫວຽດນາມ, ບາສີສູ່ຂວັນ, ຮັບຊົມການສະແດງບົດຟ້ອນ,ຮ້ອງເພງ ຂອງນັກສຶກສາລາວ-ຫວຽດນາມ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ. ພ້ອມກັນນັ້ນ,ໃນວັນທີ 5,6 ເມສາ 2018, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ ນະຄອນດານັງ ໄດ້ຕ້ອນຮັບການມາອວຍພອນຂອງ ສະຫາຍຮອງເລຂາຄະນະພັກ, ປະທານຄະນະ ກໍາມະການປະຊາຊົນ, ການນໍາພະແນກ, ຂະແໜງການຕ່າງໆ ນະຄອນດານັງ ແລະ ການນໍາຂອງບັນດາແຂວງພາກກາງຫວຽດນາມຫຼາຍຄະນະ ໂອກາດບຸນປີໃໝ່ລາວ ພ.ສ 2561.