ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີ-ເອີຣົບ ວົງແຄບ ທີ່ເມືອງ ຊູຣິກ, ປະເທດ ສະວິດສະແລນ

sk vongkheap

ໃນ​ວັນ​ທີ 03-04 ພຶດສະພາ 2018, ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ ກະຊວງ​ການ​ຕ່າງປະເທດ ທັງ​ເປັນ​ຫົວໜ້າ​ເຈົ້າ​ໜ້າທີ່​ອາວຸອາເຊັມ ຂອງ ​ສປປ ລາວ ໄດ້​ນຳພາ​ຄະນະ​ຜູ້​ແທນ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສອາຊີ-ເອີຣົບ ວົງແຄບ ທີ່ເມືອງ ຊູຣິກ, ປະເທດ ສະວິດສະແລນ.

ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລື ບັນຫາຕ່າງໆ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຫລື ອາເຊັມ ຄັ້ງທີ 12 ຊຶ່ງຈະຈັດຂຶ້ນໃນວັນທີ 18-19 ຕຸລາ 2018 ທີ່ ປະເທດ ແບນຊິກ ໂດຍບັນດາປະເທດສະມາຊິກ ໄດ້ຮ່ວມກັນທົບທວນຄືນກົນໄກການຮ່ວມມືໃນໄລຍະຜ່ານມາ ຊຶ່ງເຫັນວ່າ ສະພາບການຂອງໂລກໄດ້ມີການປ່ຽນແປງໄປຢ່າງວ່ອງໄວ ແລະ ສົ່ງຜົນກະທົບເຮັດໃຫ້ສອງທະວີບປະສົບກັບສິ່ງທ້າທາຍຫລາຍດ້ານ. ພ້ອມກັນນັ້ນ, ທີ່ປະຊຸມຍັງໄດ້ປຶກສາຫາລື ວາງທິດທາງຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການກະຕຸກຊຸກຍູ້ກົນໄກການຮ່ວມມືລະຫວ່າງສອງທະວີບໃຫ້ມີຄວາມຄ່ອງຕົວ ແລະ ເປັນຮູບປະທໍາຫລາຍຂຶ້ນ ກໍຄືການຊຸກຍູ້ດ້ານການເຊື່ອມຈອດເພື່ອເຮັດໃຫ້ປະຊາຊົນລະຫວ່າງສອງພາກພື້ນໄປມາຫາສູ່ແລກປ່ຽນວັດທະນະທໍາ ແລະ ມີຄວາມເຂົ້າອົກເຂົ້າໃຈກັນຫລາຍຂຶ້ນ.

ນອກຈາກນັ້ນ, ສະຫະພາບເອີຣົບ ໃນນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 12 ກໍໄດ້ລາຍງານຄວາມພ້ອມໃນດ້ານຕ່າງໆ ແລະ ໄດ້ປຶກສາຫາລືກັນ ກ່ຽວກັບຮ່າງຖະແຫລງການຂອງປະທານກອງປະຊຸມສຸດຍອດຄັ້ງທີ 12 ໂດຍໄດ້ເນັ້ນໜັກໃຫ້ຮ່າງຖະແຫລງການດັ່ງກ່າວຄວນ ສັ້ນ, ກະທັດຮັດ, ມີເນື້ອໃນຄົບຖ້ວນ ແລະ ກວມລວມບັນຫາຕ່າງໆທີ່ສອງທະວີບໃຫ້ຄວາມສົນໃຈຮ່ວມກັນ.

ຂອບການຮ່ວມມື ອາຊີ-ເອີຣົບ (ASEM)ສ້າງຕັ້ງຂຶ້ນໃນປີ 1996 ແລະ ປະຈຸບັນມີປະເທດສະມາຊິກ 51 ປະເທດຈາກອາຊີ ແລະ ເອີຣົບ ແລະ ສອງອົງການຈັດຕັ້ງເຂົ້າຮ່ວມ (ກອງເລຂາອາຊຽນ ແລະ ສະຫະພາບເອີຣົບ). ໃນປີ 2012 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ຢູ່ ນະຄອນຫລວງວຽງຈັນ ແລະ ໃນເດືອນ ຕຸລາ 2017 ຜ່ານມາ ສປປ ລາວ ກໍໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາອາເຊັມວ່າດ້ວຍການຄຸ້ມຄອງນໍ້າແບບປະສົມປະສານຄັ້ງທີ 6 ຢູ່ທີ່ ປາກເຊ, ແຂວງ ຈໍາປາສັກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484712
ມື້ນີ້23
ມື້ວານ205
ອາທິດນີ້1150
ເດືອນນີ້4017