ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ເຂົ້າຢ້ຽມຂໍ່ານັບອໍາລາ ປະທານາທິບໍດີ ຟິລິບປິນ ແລະ ຮັບຫຼຽນຄໍາກຽດຕິຄຸນສູງສຸດ

LaoembassyPhilippines1

ໃນວັນທີ 28 ພຶດສະພາ 2018, ທີ່ທຳນຽບປະທານາທິບໍດີຟີລິບປິນ, ທ່ານ ໂພໄຊ ໄຂຄໍາພິທູນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟີລິບປິນ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ພະນະທ່ານ Rodigo Roa Duterte, ປະທານາທິບໍດິ ແຫ່ງ ສາທາລະນະລັດ ຟີລິບປິນ, ຢ່າງເປັນທາງການ.

ໃນໂອກາດນີ້, ພະນະທ່ານ Rodrigo Roa Duterte ໄດ້ກ່າວສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບ ທ່ານທູດ ໂພໄຊ ໄຂຄຳພິທູນ ຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດຢູ່ ສ. ຟີລິບປິນ ຕະຫຼອດໄລຍະ 03 ປີຜ່ານມາ, ໃນການເອົາໃຈໃສ່ເສີມຂະຫຍາຍສາຍພົວພັນການຮ່ວມມືອັນດີທັງໃນວົງຄະນາຍາດອາຊຽນ ກໍ່ຄື ສອງຝ່າຍ, ອັນຍາດມາໄດ້ເຊີ່ງຜົນສຳເລັດໃນການເປີດກອງປະຊຸມຄັ້ງປະຖົມມະເລີກ ການຮ່ວມມືສອງຝ່າຍ ໃນເດືອນກໍລະກົດ 2017 ທີ່ຜ່ານມາ. ອີກທັງການປະກອບສ່ວນດ້ານການປະສານງານ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຂອງຟີລິບປິນ ໃນປີ 2017 ໄດ້ຮັບໝາກຜົນຢ່າງຈົບງາມ.

ທ່ານທູດ ໂພໄຊ ໄຂຄຳພິທູນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອຳລາໃນຄັ້ງນີ້ຢ່າງອົບອຸ່ນ, ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການສະໜັບສະໜູນ ໃນການປະຕິບັດໜ້າທີ່ວຽກງານ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງການເປັນເຈົ້າພາບໃນການຈັດກອງປະຊຸມສຸດຍອດອາຊຽນ 2017, ທ່ານທູດ ຍັງໄດ້ເນັ້ນເຖິງການຮ່ວມມືຂອງສອງຝ່າຍ ທີ່ມາເຖີງປະຈຸບັນ ເຫັນວ່າ ກໍາລັງຢູ່ໃນໄລຍະແຕກດອກອອກຜົນ, ໂດຍສະເພາະການເຊັນສັນຍາຮ່ວມມືໃນກອບສອງຝ່າຍ ທາງດ້ານການສຶກສາ, ກະສິກໍາ ແລະ ອື່ນໆ. ພ້ອມນີ້, ທ່ານທູດ ກໍ່ໄດ້ຖືໂອກາດນີ້ ນຳເອົາຄໍາເຊື້ອເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອເຊື້ອເຊີນ ພະນະທ່ານ Rodrigo Roa Duterte ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນປີ 2019, ເຊີ່ງ ພະນະທ່ານ Rodrigo Roa Duterte ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ໍການເຊີນ ແລະ ຍັງໄດ້ຝາກຄໍາເຊື້ອເຊີນເຖິງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ມາຢ້ຽມຢາມຟີລິບປິນ ໃນໂອກາດອັນເໝາະສົມ.

ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປືກສາຫາລືກັນ ກ່ຽວກັບ ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຟີລິບປິນ, ໂດຍສະເພາະທາງດ້ານເສດຖະກິດ ແລະ ປະຊາຊົນສູ່ປະຊາຊົນ ໃຫ້ກ້ວາງອອກຕື່ມ.

ໃນຕອນທ້າຍ, ພະນະທ່ານ Rodrigo Roa Duterte ກໍ່ໄດ້ມອບຫຼຽນຄໍາ ກຽດຕິຄຸນສຸງສຸດ ຫຼື Na May Ranggong Datu (Grand Cross) ພ້ອມສາຍສະພາຍ ໃຫ້ແກ່ ທ່ານທູດ ໂພໄຊ ໄຂຄໍາພິທູນ, ເພື່ອຢັ້ງຢືນເຖີງຜົນງານ ແລະ ໝາກຜົນແຫ່ງການທຸ່ມເທເຫື່ອແຮງ-ສະຕິປັນຍາ ໃນການເສີມຂະຫຍາຍການພົວພັນຮ່ວມມືຂອງທັງສອງປະເທດ ໃນໄລຍະ 03 ປີ ທີ່ຜ່ານມາ ອັນໄດ້ເຮັດໃຫ້ສອງຝ່າຍມີໂສມໜ້າໃໝ່ແຫ່ງການພົວພັນຂອງທັງສອງປະເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484446
ມື້ນີ້150
ມື້ວານ273
ອາທິດນີ້884
ເດືອນນີ້3751