ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2018, ຢູ່ ມະຫາວິທະຍາໄລກໍາປູເຈຍ, ທີ່ ນະຄອນຫຼວງພະນົມເປັນ, ໄດ້ຈັດພິທີເປີດຫ້ອງ ສປປ ລາວ ປະຈໍາ ມະຫາວິທະຍາໄລດັ່ງກ່າວ. ເປັນກຽດເຂົ້າຮ່ວມຝ່າຍລາວນໍາໂດຍ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ພ້ອມດ້ວຍພັນລະຍາ ແລະ ພະນັກງານນັກການທູດ. ຝ່າຍກໍາປູເຈຍນໍາໂດຍ ທ່ານ ອີ ລັດຕະນາ, ຜູ້ອໍານວຍການມະຫາວິທະຍາໄລກໍາປູເຈຍ, ພ້ອມດ້ວຍພະນັກງານຄູອາຈານ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານຂະແໜງການຕ່າງໆ ແລະ ນັກສຶກສາ ເຂົ້າຮ່ວມຈໍານວນ 100 ກວ່າທ່ານ.
ໃນພິທີເປີດຫ້ອງ ສປປ ລາວ ນັ້ນ, ທ່ານເອກອັກຄະລັດຖະທູດ ແລະ ທ່ານຜູ້ອໍານວຍການມະຫາວິທະຍາໄລກໍາປູເຈຍ ກໍໄດ້ມີການຜັດປ່ຽນກັນມີຄໍາເຫັນ ແລະ ຕັດແຖບຜ້າ ເພື່ອເປີດການນໍາໃຊ້ຫ້ອງດັ່ງກ່າວຢ່າງເປັນທາງການ. ຈຸດປະສົງຂອງການເປີດຫ້ອງ ສປປ ລາວ ເພື່ອເປັນການໂຄສະນາ ແລະ ເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີ, ການສຶກສາ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ການສ້າງສາພັດທະນາປະເທດຊາດ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເຊິ່ງພັກ ແລະ ລັດຖະບານຂອງພວກເຮົາ ກໍາລັງສຸມໃສ່ນໍາເອົາປະເທດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ທັງເປັນຫ້ອງສໍາລັບໃຫ້ນັກສຶກສາໄດ້ຄົ້ນຄວ້າຍົກລະດັບຄວາມຮູ້ ກ່ຽວກັບ ສປປ ລາວ ໃນອານາຄົດ.
ພາຍຫຼັງສໍາເລັດການເປີດຫ້ອງລາວແລ້ວ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ໄດ້ຂື້ນປາຖະກະຖາໃນຫົວຂໍ້ "ການພົວພັນຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ" ເນື້ອໃນທີ່ທ່ານໄດ້ຍົກຂື້ນມາອະທິບາຍໃຫ້ເຫັນມີຄື:
- ການພົວພັນຮ່ວມມືສອງຝ່າຍແຕ່ສະໄໝດຶກດໍາບັນ, ສະໄໝເຈົ້າ ໂນໂຣດົມ ສີຫານຸ ຈົນເຖິງປະຈຸບັນ.
- ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ນັບແຕ່ຂັ້ນການນໍາສູງສຸດຂອງສອງປະເທດ ຈົນເຖິງຂັ້ນວິຊາການ ແລະ ຂັ້ນທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ.
- ສະພາບການແກ້ໄຂບັນຫາຊາຍແດນ ທີ່ເກີດຂື້ນ ລະຫວ່າງ ລາວ ແລະ ກໍາປູເຈຍ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍ ໄດ້ອີງໃສ່ແຜນທີ່ ທີ່ແຕກຕ່າງກັນຢູ່ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ.