ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສໍາເລັດລາດຊະການ ນີວຊີແລນ

CredentialNewNealand1

 

CredentialNewNealand2

 

ໃນວັນທີ 29 ສິງ​ຫາ 2018, ທີ່ ທຳ​ນຽບ​ລັດ​ຖະ​ບານ, ນະຄອນຫລວງ ແວວ​ລິງ​ຕັນ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນາງ ດາມ ແພັດ​ຊີ ເຣດ​ດີ, ຜູ້ສໍາເລັດລາຊະການ ແຫ່ງ ນີວ​ຊີ​ແລນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ປະຈໍາ ນີວ​ຊີ​ແລນ, ໂດຍມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງແຄນເບີຣາ.

 

ໃນໂອ​ກາດນີ້, ພະນະທ່ານ ນາງ ດາມ ແພັດ​ຊີ ເຣດ​ດີ, ຜູ້​ສຳ​ເລັດ​ຣາ​ຊະ​ການ ແຫ່ງ ນີວ​ຊີ​ແລນ​ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທ່ານ ສີສະຫວາດ ອິນພະຈັນ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ​ນີວ​ຊີ​ແລນ. ທ່ານທູດລາວ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະ​ນະ​ທ່ານ​ ນາງ ດາມ ແພັດ​ຊີ ເຣດ​ດີ, ຜູ້ສໍາເລັດລາຊະການ ແຫ່ງ ນີວ​ຊີ​ແລນ ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິ​ໃຈ ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ, ການ​ຈັດ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ ແລະ ຈັດ​ງານ​ລ້ຽງ​ຮັບ​ຮອງ ໃຫ້​ແກ່ບັນ​ດາ​ທູດຕ່າງ​ປະ​ເທດໃນ​ຄັ້ງ​ນີ້.

 

ພ້ອມ​ກັນ​ນີ້, ທ່ານທູດ ສີ​ສະ​ຫວາດ ອິນ​ພະ​ຈັນ ໄດ້ສະແດງຄວາມຍິນດີຕໍ່​ການ​ຮ່ວມ​ມື​ທີ່​ມີ​ຫມາກ​ຜົນ​ຂອງ​ສອງ​ປະ​ເທດ ໃນ​ກອບ​ສອງ​ຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະແມ່ນ ໃນກອບອາຊຽນ. ໃນ​ໂອ​ກາດນີ້, ທ່ານທູດກໍ​​ໄດ້ຕາງ​ຫນ້າ​ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ​ແຫ່ງ ສ​ປ​ປ ລາວ ​ສະ​ແດງ​ຄວາມຂອບໃຈຕໍ່ລັດຖະບານ ກໍ່ຄືປະຊາຊົນນີວ​ຊີ​ແລນ ທີ່​ໄດ້ໃຫ້ການຊ່ວຍເຫລືອສະ​ຫນັບ​ສະ​ຫນູນ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ອັນໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃນ​ຊຸມ​ປີ​ຕໍ່​ຫນ້າ. ​ທ່ານທູດ ສີ​ສະ​ຫວາດ ອິນ​ພະ​ຈັນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ນີວ​ຊີ​ແລນ ຕໍ່​ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ໄພພິ​ບັດ​ນ້ຳ​ຖ້ວມ ​ທີ່ ສ​ປ​ປ ລາວ ໃນ​ເດືອນ​ກໍ​ລະ​ກົດ 2018.  ພະ​ນະທ່ານ ​ນາງ ດາມ ແພດ​ສີ ເຣດ​ດີ, ຜູ້ສໍາເລັດລາຊະການ ໄດ້ກ່າວວ່າ ສາຍພົວພັນສອງຝ່າຍ ນີວຊີແລນ-ປ ລາວ ເປັນສາຍພົວພັນທີ່ອົບອຸ່ນ ແລະ ມີຫມາກຜົນ ແລະ ເຊື່ອຫມັ້ນວ່າ ສາຍພົວພັນສອງຝ່າຍ ຈະສືບຕໍ່ຮັດແຫນ້ນ ແລະ ຂະຫຍາຍຕົວ ໃນອະນາຄົດ. ນີວຊີແລນ ໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການຮ່ວມມືກັບ ອາຊຽນ ແລະ ຖື ສປ ລາວ ເປັນຄູ່ຮ່ວມມື ແລະ ເພື່ອນມິດທີ່ສຳຄັນ ໃນອາຊຽນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485771
ມື້ນີ້70
ມື້ວານ206
ອາທິດນີ້807
ເດືອນນີ້5076