ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວສືບຕໍ່ໃຫ້ການຮ່ວມມືດ້ານມະນຸດສະທຳ ໃນຂອບວຽກງານການສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

20180911MIAMeeting

ໂດຍສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໜີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ລາວ ແລະ ອີງຕາມແຜນການຮ່ວມມືສອງຝ່າຍດ້ານມະນຸດສະທຳ ລາວ-ອາເມລິກາ ດ້ານວຽກງານສຳຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ໃນວັນທີ 7 ກັນຍາ 2018 ໄດ້ມີກອງປະຊຸມປຶກສາຫາລືສອງຝ່າຍລາວ-ອາເມລິກາດ້ານວຽກງານດັ່ງກ່າວຂຶ້ນຢູ່ໂຮງແຮມ Crowne Plaza, ນະຄອນຫຼວງວຽງຈັນ, ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຄະນະຜູ້ແທນຝ່າຍລາວນຳໂດຍທ່ານ ພົມມາ ຄຳມະນີຈັນ, ຫົໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະວິຊາການຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແລະ ຄະນະຜູ້ແທນຝ່າຍອາເມລິການຳໂດຍ ທ່ານ ພົນຈັດຕະວາ Jon C. Kreitz, ຮອງຜູ້ອຳນວຍການຂອງອົງການປົກປ້ອງສິດຜົນປະໂຫຍດຊະເລີຍເສິກ ແລະ ທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມ ພ້ອມດ້ວຍຄະນະກະຊວງປ້ອງກັນປະເທດສະຫະລັດອາເມລິກາ ແລະ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ລາວ.

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ພ້ອມກັນ ທົບທວນຕີລາຄາຄືນການປະຕິບັດວຽງານ ໃນໄລຍະ​ 1 ປີທີ່​​ຜ່ານມາຂອງສົກປີ 2017-18 ໃນການສຳຫຼວດ ແລະ ຂຸດຄົ້ນຢູ່ພາກສະໜາມ ແລະ ວາງທິດທາງແຜນການຮ່ວມມືຂອງສົກປີ 2018-2019. ພ້ອມກັນນັ້ນ, ​ ​ສອງຝ່າຍຍັງໄດ້ຕົກລົງທີ່ຈະສືບຕໍ່ພີ່ມທະວີການຮ່ວມມືກັນໃນບັນຫາທີ່ປິ່ນອ້ອມ ໂດຍສະເພາະການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ທ້ອງຖິ່ນທີ່ມີການປະຕິບັດງານຮ່ວມກັນ. ຝ່າຍລາວໄດ້ຢືນຢັນຄືນທີ່ຈະສືບຕໍ່ໃຫ້ການຮ່ວມມືຊອກຫາຄົນອາເມລິກາທີ່ຫາຍສາບສູນໃນປາງສົງຄາມບົນຈິດໃຈແຫ່ງແນວທາງນະໂຍບາຍດ້ານມະນຸດສະທຳ ແລະ ອີງຕາມເງື່ອນໄຂຄວາມວອາດສາມາດຕົວຈິງຂອງຕົນ. ສ່ວນຝ່າຍອາເມລິກາກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການຮ່ວມມືຂອງລັດຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະພິຈາລະນາໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນທ້ອງຖີ່ນທີ່ກ່ຽວຂ້ອງຈົນສຸດຄວາມສາມາດຂອງຕົນ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມລິການັບມື້ນັບດີຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

ວຽກງານຮ່ວມມືສຳຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ດຳເນີນມາເປັນເວລາ 30 ກວ່າປີ. ມາຮອດປະຈຸບັນສອງຝ່າຍສາມາດຊອກໄດ້ສິ່ງເສດເຫຼືອ ແລະ ໄດ້ສົ່ງໃຫ້ຝ່າຍອາເມລິກາແລ້ວຈຳນວນ 282 ກໍລະນີ ແລະ ຍັງເຫຼືອອີກ 291 ກໍລະນີ, ຊຶ່ງຝ່າຍອາເມລິກາ ຍັງຈະສືບຕໍ່ຮຽກຮ້ອງມາຍັງລັດຖະບານ, ອຳນາດການປົກຄອງທ້ອງຖີ່ນ ກໍ່ຄືພໍ່ແມ່ປະຊາຊົນລາວບັນດາເຜົ່າໃນການຊອກຫາຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງ. ຜົສຳເລັດໃນການຮ່ວມມືດ້ານດັ່ງກ່າວແມ່ນເປັນການສະແດງໃຫ້ເຫັນເຖິງຈິດໃຈມະນຸດສະທຳອັນແທ້ຈິງຂອງລັດຖະບານ ກໍ່ຄືປະຊາຊົນລາວ ທີ່ມີຕໍ່ລັດຖະບານ ກໍ່ຄືປະຊາຊົນອາເມລິກາ, ໂດຍສະເພາະແມ່ນຄອບຄົວຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480351
ມື້ນີ້9
ມື້ວານ172
ອາທິດນີ້749
ເດືອນນີ້6582