ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ເຢຍລະມັນ

AmbassadorLaostoGerman

 

    

        ໃນຕອນເຊົ້າຂອງວັນທີ 20 ກັນຍາ 2018, ທີ່ ນະຄອນຫລວງແບກແລງ, ທ່ານ ພົມມາ ບຸດທະວົງ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເທີ ສະຕາຍມາຍເອີຣ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະຫະພັນເຢຍລະມັນ, ຊຶ່ງມີສຳນັກງານສະຖານເອກອັກຄະລັດຖະທູດຕັ້ງຢູ່ນະຄອນຫລວງແບກແລງ, ປະເທດເຢຍລະມັນ.


     ໃນໂອກາດດັ່ງກ່າວ, ທ່ານ ພົມມາ ບຸດທະວົງ, ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຝາກເຖິງ ພະນະທ່ານ ຝຣັງ-ວານເຕີ ສະຕາຍມາຍເອີຣ, ປະທານາທິບໍດີເຢຍລະມັນ ແລະ ປະຊາຊົນເຢຍລະມັນທຸກຖ້ວນໜ້າ.
    

  ພະນະທ່ານ ຝຣັງ-ວານເທີ ສະຕາຍມາຍເອີຣ, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ພົມມາ ບຸດທະວົງ, ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ສະຫະພັນເຢຍລະມັນ ເພື່ອປະຕິບັດໜ້າທີ່ອັນຊົງກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານການທູດຂອງຕົນ. ພ້ອມດຽວກັນນີ້, ພະນະທ່ານ ປະທານາທິບໍດີຝຣັງ-ວານເຕີສະຕາຍ ມາຍເອີຣ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຜາສຸກມາຍັງພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະຊາຊົນລາວ ນຳດ້ວຍ.

 

     ໃນໂອກາດການຍື່ນສານ, ທ່ານທູດ ພົມມາ ບຸດທະວົງ ໄດ້ກ່າວສະແດງຄວາມຍີນດີ ຕໍ່ການພົວພັນອັນດີ, ການຮ່ວມມືອັນມີໝາກຜົນ ແລະ ມີຄວາມຕໍ່ເນື່ອງມາເປັນເວລາຍາວນານລະຫວ່າງສອງປະເທດ ຊຶ່ງໃນປີນີ້, ລາວ ແລະ ເຢຍລະມັນ ໄດ້ມີສາຍພົວພັນການທູດນຳກັນມາເປັນເວລາ 60 ປີ ແລະ ມີການພົວພັນຮ່ວມມືດ້ານ ເຕັກນິກ 55 ປີ. ທ່ານທູດ ພົມມາ ບຸດທະວົງ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມ ຂອບໃຈລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ ໄດ້ໃຫ້ການຊ່ວຍເຫຼືອລາວຕະຫລອດໄລຍະເວລາດັ່ງກ່າວ ແລະ ໂດຍສະເພາະ ຕໍ່ການຊ່ວຍເຫລືອບັນເທົາທຸກແກ່ ສປປ ລາວ ໃນການປົວແປງຊີວີດການເປັນຢູ່ຂອງປະຊາ ຊົນ ແລະ ການບູລະນະພື້ນຖານໂຄງລ່າງ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກອຸທົກກະໄພຢູ່ຫລາຍແຂວງ ຂອງລາວໃນປີນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484491
ມື້ນີ້7
ມື້ວານ188
ອາທິດນີ້929
ເດືອນນີ້3796