ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງ ຕໍ່ເຈົ້າຊີວິດ ແຫ່ງ ຣາຊະອານາຈັກກໍາປູເຈຍ

20181030LaoAmbaToCambodiaPres

ໃນຕອນເຊົ້າຂອງວັນທີ 30 ຕຸລາ 2018, ທ່ານ ອໍາໄພ ກິນດາວົງ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງພະນົມເປັນ.

ພາຍຫຼັງພິທີຍື່ນສານຕາຕັ້ງແລ້ວ, ທ່ານເອກອັກຄະລັດຖະທູດ ອໍາໄພ ກິນດາວົງ ໄດ້ມີໂອກາດນໍາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ໄປຍັງພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ພະມານດາຂອງພະອົງ ແລະ ໄປຍັງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທຸກທົ່ວໜ້າ. ພ້ອມດຽວກັນນັ້ນ, ກໍ່ໄດ້ເນັ້ນເຖິງສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄດ້ມີການພົວພັນຮ່ວມມືນໍາກັນ ມາເປັນເວລາຍາວນານ, ເຊິ່ງໄດ້ສ້າງສາຍພົວພັນການທູດນໍາກັນ ໃນວັນທີ 15 ມີຖຸນາ 1956. ສອງປະເທດໄດ້ມີສະຖານເອກອັກຄະລັດຖະທູດຂອງຕົນ ປະຈໍາຢູ່ ນະຄອນຫຼວງ ຂອງກັນ ແລະ ກັນ. ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ, ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ບົນພື້ນຖານຫຼັກການຢູ່ຮ່ວມກັນໂດຍສັນຕິ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ບັນດາຜູ້ນໍາຂັ້ນສູງຈາກສາຍ ພັກ-ລັດ ຈົນຮອດຂັ້ນທ້ອງຖິ່ນ ໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນປົກກະຕິ ເພື່ອເພີ່ມຄວາມເຂົ້າອົກເຂົ້າໃຈກັນ ພ້ອມທັງໄດ້ແລກປ່ຽນບົດຮຽນໃນການພັດທະນາປະເທດ, ແລກປ່ຽນທັດສະນະ ຕໍ່ສະພາບການສາກົນໃນແຕ່ລະໄລຍະ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ. ພ້ອມນັ້ນ, ທາງພາກເອກະຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນຂອງສອງປະເທດ ໂດຍສະເພາະຕາມບໍລິເວນຊາຍແດນ ກໍ່ໄດ້ມີການຄ້າຂາຍ ແລະ ໄປມາຫາສູ່ກັນເປັນປົກກະຕິ. ຍ້ອນການໄປມາຫາສູ່ຂອງປະຊາຊົນສອງຊາດ ໂດຍສະເພາະ ແມ່ນປະຊາຊົນ ທີ່ອາໃສຢູ່ລຽບຕາມບໍລິເວນຊາຍແດນ ນັບມື້ມີຈໍານວນເພີ່ມຂື້ນ, ໃນປີ 2016 ສອງຝ່າຍຈຶ່ງໄດ້ຕົກລົງກັນ ເປີດສະຖານກົງສູນໃຫຍ່ຂອງຕົນ, ເຊິ່ງຝ່າຍລາວ ຕັ້ງຢູ່ແຂວງຊຽງແຕງ ແລະ ຝ່າຍກໍາປູເຈຍ ຕັ້ງຢູ່ນະຄອນປາກເຊ. ນອກນັ້ນ, ສອງປະເທດ ກໍ່ໄດ້ມີການຮ່ວມລົງນາມສັນຍາ ແລະ ບົດບັນທຶກໃນຂະແໜງການຕ່າງໆ ຮ່ວມກັນຫຼາຍສະບັບ.

ພະບາດສົມເດັດ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍ່ໄດ້ຝາກຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ລາວ ແລະ ປະຊາຊົນລາວ ຕໍ່ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດດັ່ງກ່າວ ແລະ ໄດ້ກ່າວເນັ້ນເຖິງ ສາຍພົວພັນ ແລະ ການຮ່ວມມືອັນດີງາມ ຕະຫຼອດມາຂອງສອງປະເທດ ຈະສືບຕໍ່ໄດ້ຮັບການບູລະນະຂື້ນໄປເລື້ອຍໆ ຕາມຄວາມໝຸ້ງມາດປາດຖະໜາ ຂອງປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485747
ມື້ນີ້46
ມື້ວານ206
ອາທິດນີ້783
ເດືອນນີ້5052