ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ຈັດຕັ້ງພິທີເຜີຍແຜ່ເອກະສານ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ

20181130 emjapan spech 2 1

20181130 emjapan spech 2 2

ໃນວັນທີ 28 ພະຈິກ 2018, ສະຖານທູດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໂຕກຽວ ໄດ້ຈັດຕັ້ງກິດຈະກໍາ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ທີ່ໃກ້ຈະມາເຖິງນີ້ ໂດຍການຈັດຕັ້ງພິທີເຜີຍແຜ່ ແລະ ເຊື່ອມຊືມເອກະສານກ່ຽວກັບວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ, ເອກະສານວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ແລະ ເອກະສານວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນບັນຍາຍຂອງສະຫາຍ ວິໂຣດ ສຸນດາຣາ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ທີ່ມີການເຂົ້າຮ່ວມຂອງສະມາຊິກພັກ-ພະນັກງານສະຖານທູດ ແລະ ຄອບຄົວຄະນະນໍາສະຖານທູດ. ພາຍຫຼັງສໍາເລັດການຮໍ່າຮຽນເອກະສານດັ່ງກ່າວ, ສະມາຊິກພັກ-ພະນັກງານສະຖານທູດ ແລະ ຄອບຄົວທຸກໆສະຫາຍ ກໍ່ໄດ້ພ້ອມພາກັນອອກແຮງງານອະນາໄມລວມຢູ່ສະຖານທູດ ແລະ ຈັດຕັ້ງການແຂ່ງຂັນກິລາສາມັກຄີຮ່ວມກັນ ທີ່ມີບັນຍາກາດອັນຟົດຟື້ນ ແລະ ມ່ວນຊື່ນ.

          ໃນພິທີເຜີຍແຜ່ເອກະສານ, ສະຫາຍເລຂາໜ່ວຍພັກສະຖານທູດ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ແລະ ເປົ້າ ໝາຍສໍາຄັນຂອງການຮໍ່າຮຽນເອກະສານໃນຄັ້ງນີ້ ແມ່ນເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ ແລະ ລະນຶກເຖິງຄວາມ ໝາຍຄວາມສໍາຄັນຂອງວັນຊາດທີ 02 ທັນວາ ກໍ່ຄືຮຽນຮູ້ກ່ຽວກັບຜົນງານ ແລະ ຜົນສໍາເລັດຂອງພາລະກິດປົກປັກຮັກສາ ແລະ ສ້າງສາ, ພັດທະນາປະເທດຊາດ ຕະຫຼອດໄລຍະ 43 ປີຂອງພັກ ແລະ ລັດຖະບານເຮົາ; ເພື່ອເປັນການສຶກສາອົບຮົມດ້ານແນວຄິດການເມືອງ ໂດຍສະເພາະການຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດ ແລະ ຄວາມເສຍສະຫຼະຂອງປະທານໄກສອນ ພົມວິຫານ ວິລະບູລຸດຂອງຊາດລາວ ທີ່ໄດ້ກາຍເປັນແວ່ນແຍງດ້ານການປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດໃຫ້ແກ່ສະມາຊິກພັກ-ພະນັກງານສະຖານທູດ; ແລະ ເພື່ອຫວນຄືນເຫດການສໍາຄັນທາງປະຫວັດສາດຂອງການສ້າງຕັ້ງຖານທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ຄົບຮອບ 50 ປີ. ບັນດາເອກະສານດັ່ງກ່າວ ແລະ ສິ່ງທັງໝົດເຫຼົ່ານີ້ແມ່ນເພື່ອເປັນການເສີມຂະຫຍາຍການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ ກໍ່ຄືເປັນການເຊີດຊູນໍ້າໃຈປະຕິວັດ, ນໍ້າໃຈຮັກຊາດອັນເປັນມູນເຊື້ອຂອງປະຊາຊົນລາວ. ການຮໍ່າຮຽນເອກະສານດັ່ງກ່າວ ຍັງໄດ້ຈັດຂຶ້ນໃນມື້ດຽວກັນກັບການຈັດກິດຈະກໍາ ຄາລາວານ ທ່ອງທ່ຽວເມືອງວຽງໄຊ ທີ່ພວມອອກເດີນທາງໄປຢ້ຽມຢາມສະຖານທີ່ປະຫວັດສາດ ທີ່ແຂວງຫົວພັນ.

ການຮໍ່າຮຽນເອກະສານ ກໍ່ຄືການຈັດຕັ້ງກິດຈະກໍາ ແລະ ສ້າງຂະບວນການຂອງສະຖານທູດດັ່ງກ່າວ ໄດ້ຮັບໝາກຜົນຕາມຈຸດປະສົງ ແລະ ເປົ້າໝາຍ; ແລະ ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ ອັນເປັນການປະກອບສ່ວນໃນການສ້າງຂະບວນລວມໃນການຂໍ່ານັບຮັບຕ້ອນວັນສໍາຄັນທາງປະຫວັດສາດຂອງປະເທດເຮົາອີກດ້ວຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480384
ມື້ນີ້42
ມື້ວານ172
ອາທິດນີ້782
ເດືອນນີ້6615