ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 3 ຂອງຫນ່ວຍຊາວຫນຸ່ມສະຖານທູດລາວ, ທີ່ ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ

Moscow1

 

Moscow2

 

ໃນຕອນເຊົ້າຂອງວັນທີ 18 ພະຈິກ 2018, ທີ່ ນະຄອນຫລວງມົດສະກູ, ກອງປະຊຸມໃຫຍ່ ຄັ້ງທີ 3 ຂອງຫນ່ວຍຊາວຫນຸ່ມສະຖານທູດລາວ ໄດ້ໄຂຂຶ້ນຢ່າງເປັນທາງການໂດຍການເຂົ້າຮ່ວມຂອງ ເລາຂາຫນ່ວຍພັກ, ປະທານສະຫະພັນແມ່ຍິງ, ປະທານອົງການຈັດຕັ້ງກໍາມະບານ, ເລຂາຊາວຫນຸ່ມປະຈໍາສະຖານທູດລາວເຮົາ ແລະ ຊາວຫນຸ່ມນັກສຶກສາລາວທີ່ກໍາລັງຮຽນ ຢູ່ ສະຖາບັນການສຶກສາຊັ້ນສູງ ໃນນະຄອນຫລວງມົດສະກູ.

 

ໃນພິທີ, ນອກຈາກເຄົາລົບທຸງຊາດ, ສະຫາຍ ອະໄພສິນ ໄຊຍະຖາ, ເລຂາຊາວຫນຸ່ມ ໄດ້ຜ່ານບົດສະຫລຸບຕີລາຄາ ການເຄື່ອນໄຫວວຽກງານຮອບດ້ານຂອງອົງການຈັດຕັ້ງຊາວຫນຸ່ມສະຖານທູດລາວ ໃນໄລຍະ 1 ປີຜ່ານມາ ແລະ ທັງໄດ້ສະເຫນີທິດທາງແຜນການເຄື່ອນໄຫວຂອງຫນ່ວຍຊາວຫນຸ່ມຂອງຕົນ ໃນຊຸມປີຕໍ່ຫນ້າ. ໃນບົດສະຫລຸບດັ່ງກ່າວ ຍັງໄດ້ຍົກໃຫ້ເຫັນຜົນງານຂອງຫນ່ວຍຊາວຫນຸ່ມສະຖານທູດໃນຫລາຍດ້ານທີ່ຍາດມາໄດ້, ເປັນຕົ້ນ: ການສອບເສັງຈົບຊັ້ນຂອງນັກສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ໄດ້ສໍາເລັດຕາມຄາດຫມາຍ; ການອອກແຮງງານລວມຫມູ່ ຂອງອົງການຈັດຕັ້ງຊາວຫນຸ່ມສະຖານທູດ ໃນໂອກາດວັນສໍາຄັນຂອງຊາດ ແລະ ການປະກອບສ່ວນຂອງຊາວຫນຸ່ມນັກສຶກສາລາວ ເຂົ້າໃນວຽກງານລວມຂອງສະຖາບັນການສຶກສາຂອງປະເທດເຈົ້າພາບ. ນອກນີ້, ຍັງຍົກໃຫ້ເຫັນຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງນັກສຶກສາເຮົາຈໍານວນຫນຶ່ງ ທີ່ບໍ່ເອົາໃຈໃສ່ຕໍ່ການຮຽນຂອງຕົນ, ຂາດຮຽນ, ເສັງບໍ່ຜ່ານ ແລະ ຖືກໄລ່ອອກຊຶ່ງບັນຫາເຫລົ່ານີ້ຖືວ່າ ຍັງເປັນສິ່ງທ້າທາຍໃນປັດຈຸບັນ ຕໍ່ກັບນັກສຶກສາລາວເຮົາທີ່ກໍາລັງຮຽນ ໃນສະຖາບັນການສຶກສາຕ່າງໆ ທີ່ ສ.ຣັດເຊຍ. ຄຽງຄູ່ກັນນັ້ນ, ກໍເປັນຫນ້າສັນລະເສີນ ແລະ ຊົມເຊີຍ ບັນດານັກສຶກສາລາວທີ່ມາຮຽນດ້ານການທະຫານ ລ້ວນແລ້ວແຕ່ ຮຽນດີ, ຮຽນເກັ່ງ ແລະ ສໍາເລັດການສຶກສາເປັນຢ່າງດີໂດຍບໍ່ມີຜູ້ໃດເສັງບໍ່ຜ່ານ ຫລື ຖືກໄລ່ອອກ ຖ້າທຽບໃສ່ນັກສຶກສາທົ່ວໄປທີ່ໄດ້ຮັບທຶນຈາກລັດຖະບານຣັດເຊຍ ໃນແຕ່ລະປີ.

 

ນອກຈາກນີ້, ທີ່ກອງປະຊຸມໃຫຍ່ ຍັງໄດ້ມີການຂຶ້ນກ່າວອໍາລາຂອງຄະນະຫນ່ວຍຊາວຫນຸ່ມຊຸດເກົ່າ ແລະ ໄດ້ປ່ອນບັດເລືອກເອົາຄະນະຫນ່ວຍຊາວຫນຸ່ມຊຸດໃຫມ່ ໂດຍໄດ້ນໍາສະເຫນີມາດຖານ, ເງື່ອນໄຂ ແລະ ຊື່ຂອງຜູ້ລົງສະຫມັກ ຈໍານວນ 5 ສະຫາຍ, ແຕ່ໄດ້ເລືອກເອົາແຕ່ 3 ສະຫາຍ.

 

ພາຍຫລັງເລືອກເອົາຄະນະຫນ່ວຍຊາວຫນຸ່ມຊຸດໃຫມ່ສໍາເລັດແລ້ວ, ສະຫາຍ ສີວຽງເພັດ ເພັດວໍລະສັກ, ເລຂາຫນ່ວຍພັກສະຖານທູດ ໄດ້ຂຶ້ນກ່າວສະແດງຄວາມຍ້ອງຍໍ, ຊົມເຊີຍຜົນງານຂອງຄະນະຊາວຫນຸ່ມຊຸດເກົ່າຜ່ານມາ ແລະ ຊົມເຊີຍຄະນະຫນ່ວຍຊາວຫນຸ່ມຊຸດໃຫມ່ຂອງສະຖານທູດ, ພ້ອມທັງຮຽກຮ້ອງໃຫ້ນັກສຶກສາລາວທຸກຄົນ ຈົ່ງເອົາໃຈໃສ່ ສຶກສາຮໍ່າຮຽນ, ຮຽນໃຫ້ເກັ່ງ, ເສັງໃຫ້ໄດ້ ແລະ ຮຽນໃຫ້ສໍາເລັດ ເພື່ອກຽມພ້ອມອອກຮັບໃຊ້ປະເທດຊາດຂອງຕົນ.

 

ກອງປະຊຸມໃຫຍ່ຄັ້ງທີ 3 ຂອງຫນ່ວຍຊາວຫນຸ່ມສະຖານທູດລາວ ໄດ້ດໍາເນີນໄປເປັນເວລາ 2 ຊົ່ວໂມງ ແລະ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໂດຍມີຊາວຫນຸ່ມນັກສຶກສາລາວ ເຂົ້າຮ່ວມທັງຫມົດ 57 ສະຫາຍ, ໃນນັ້ນມີເພດຍິງ 14 ສະຫາຍ ທີ່ມາຈາກສະຖາບັນການສຶກສາຊັ້ນສູງ ໃນນະຄອນຫລວງມົດສະກູ. ປັດຈຸບັນ ນັກສຶກສາລາວທີ່ກໍາລັງຮຽນຢູ່ຣັດເຊຍ ມີຈໍານວນທັງຫມົດ 365 ຄົນ, ໃນນັ້ນມີເພດຍິງ 56 ຄົນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480270
ມື້ນີ້100
ມື້ວານ157
ອາທິດນີ້668
ເດືອນນີ້6501