ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂອຕຣິດ

20190108AmbLaoToAustriaPrestAGM

ໃນຕອນເຊົ້າຂອງວັນທີ 7 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງວຽນ, ສາທາລະນະລັດ ໂອຕຣິດ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ອາເລັສຊັນເດີ ເເວນເດີ ເບວເເລນ (Alexander Vander Bellen), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໂອຕຣິດ.

ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ສີທົງ ຈິດໂຍທິນ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ອາເລັສຊັນເດີ ເເວນເດີ ເບວເເລນ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນໂອຕຣິດ ທຸກຖ້ວນໜ້າ. ພ້ອມດຽວກັນນັ້ນ, ທ່ານ ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ-ໂອຕຣິດ ຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດນຳກັນ ແລະ ສະເໜີໃຫ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ . ​ໂອຕຣິດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນໄປ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຝາກຄໍາເຊື້ອເຊີນ ຂອງປະທານປະເທດເຮົາເຖິງ ປະທານາທິບໍດີ ໂອຕຣິດ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ອາເລັສຊັນເດີ ເເວນເດີ ເບວເເລນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ . ໂອຕຣິດ, ໄດ້ສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

ສປປ ລາວ ​ແລະ ສ. ໂອຕຣິດ ​ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 1 ກັນຍາ 1967 ເປັນຕົ້ນມາ, ການພົວພັນ ແລະ ການຮ່ວມມືດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ສ. ໂອຕຣິດ ໄດ້ເລີ່ມມີບາດກ້າວຂະຫຍາຍຕົວເປັນກ້າວໆ, ນະໂຍບາຍການປ່ຽນແປງໃໝ່ດ້ານເສດຖະກິດຂອງ ສປປ ລາວ ໄດ້ສ້າງຄວາມສົນໃຈໃຫ້ແກ່ອົງການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນ ໂອຕຣິດ ທີ່ມີທ່າແຮງ ແລະ ຂີດຄວາມສາມາດດ້ານ ທຶນຮອນ ແລະ ເຕັກໂນໂລຊີໃນລະດັບສູງ, ເຊິ່ງໄດ້ເລີ່ມສຶກສາ ແລະ ເກັບກຳຂໍ້ມູນຂ່າວສານ ກ່ຽວກັບ ກາລະໂອກາດດ້ານການຄ້າ ແລະ ການລົງທຶນຫລາຍຂຶ້ນ ອັນໄດ້ນຳໄປສູ່ການດຳເນີນ ແລະ ຈັດຕັ້ງປະຕິບັດຢ່າງມີໝາກຜົນໃນຫລາຍໂຄງການນັບເເຕ່ປີ 2014-2018 ເປັນຕົ້ນມາ ລວມມີ 11 ໂຄງການພັດທະນາຢູ່ ສປປ ລາວ ມີມູນຄ່າລວມເຖິງ 180 ກວ່າລ້ານ ເອີໂຣ ໃນຮູບແບບເງິນກູ້ຢືມດອກເບ້ຍຕໍ່າ (Soft Loan, Down Payment ແລະ Export Credit) ໂດຍຜ່ານທະນາຄານໂອຕຣິດ (Bank of Austria) ເຂົ້າໃນຂົງເຂດວຽກງານສາທາລະນະສຸກ, ກະສິກໍາ ແລະ ໂຄງການສ້າງພື້ນຖານໂຄງລ່າງ ແລະ ຍັງມີໂຄງການອື່ນໆ ທີ່ຍັງຢູ່ໃນຂັ້ນຕອນສຶກສາຢູ່.

ໃນໄລຍະຜ່ານມາ, ການຮ່ວມມື ລາວ-ໂອຕຣິດ ແມ່ນນັບມື້ນັບມີໝາກຜົນຫລາຍຂຶ້ນ ເປັນຕົ້ນແມ່ນການຊ່ວຍເຫລືອ ເພື່ອການພັດທະນາໃນຂອບການຮ່ວມມື ສປປ ລາວ - ສະຫະພາບເອີຣົບ ທີ່ລວມມີ ການໃຫ້ທຶນການສຶກສາລະດັບເໜືອມະຫາວິທະຍາໄລ; ການປະກອບທຶນຊ່ວຍເຫລືອ ເຂົ້າໃນໂຄງການຫລຸດຜ່ອນຜົນກະທົບຂອງ ລະເບີດທີ່ບໍ່ທັນແຕກ ນັບແຕ່ປີ 2010 ຈົນເຖິງປີ 2012 ​ມີມູນຄ່າທັງໝົດປະມານ 450,000 (ສີ່ແສນຫ້າສິບພັນ) ໂດລາສະຫະລັດ; ການຊ່ວຍເຫລືອບັນເທົາທຸກ ແກ່ຜູ້ຖືກເຄາະຮ້າຍຈາກໄພພິບັດ, ການຊ່ວຍເຫລືອສຸຂະພາບຊຸມຊົນ ໂດຍຜ່ານ ອົງການກາແດງຂອງສອງປະເທດ ແລະ ການສະຫນັບສະຫນູນດ້ານທຶນຮອນສຳລັບ ການສ້າງບ້ານ ແລະ ໂຮງຮຽນ SOS ຢູ່ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ມີການສະໜອງອຸປະກອນສໍາຄັນ ຈາກໂອຕຣິດ ໃຫ້ແກ່ໂຄງການໄຟຟ້າພະລັງງານນ້ຳຂະຫນາດໃຫຍ່ ຈຳນວນໜຶ່ງຢູ່ ສປປ ລາວ ແລະ ຈະມີການດຳເນີນໂຄງການຮ່ວມມືສ້າງສູນຄວບຄຸມ ແລະ ປິ່ນປົວໂລກມະເຮັງ, ໂຄງການຝຶກອົບຮົມວິຊາຊີບ, ຕາມທິດທາງຊຸກຍູ້ສົ່ງເສີມຂອງລັດຖະບານໂອຕຣິດ.

ນັບແຕ່ມີການເປີດສະຖານທູດ ແຫ່ງ ສປປ ລາວ ທີ່ປະເທດໂອຕຣິດ ໃນປີ 2010, ເອກອັກຄະລັດຖະທູດ ສປປ ລາວ ທີ່ໄປຮັບໜ້າທີ່ຢູ່ທີ່ນັ້ນ ຍັງໄດ້ຮັບການມອບໝາຍໃຫ້ເປັນຜູ້ຕາງໜ້າຖາວອນ ຮັບຜິດຊອບປະສານງານ ແລະ ສົ່ງເສີມການຮ່ວມມືກັບ 4 ອົງການຈັດຕັ້ງສາກົນ ທີ່ເປັນເຄືອຂ່າຍຂອງ ສປຊ ທີ່ຕັ້ງຢູ່ ນະຄອນຫລວງວຽນ ຄື: ຫ້ອງການ ສປຊ ເພື່ອຄວບຄຸມຢາເສບຕິດ ແລະ ອາຊະຍາກຳ (UNODC), ອົງການພະລັງງານປະລຳມະນູສາກົນ (IAEA), ອົງການ ສປຊ ເພື່ອການພັດທະນາອຸດສາຫະກຳ (UNIDO) ແລະ ຄະນະ ກໍາມາທິການກະກຽມສ້າງຕັ້ງ ອົງການຈັດຕັ້ງສົນທິສັນຍາ ເກືອດຫ້າມການທົດລອງນິວເຄລຍທຸກຮູບແບບ (CTBTO). ນອກນັ້ນ, ເອກອັກຄະລັດຖະທູດລາວ ຍັງໄດ້ຖືກມອບໝາຍໃຫ້ຮັບຜິດຊອບ 9 ປະເທດອື່ນໆ ອີກ ໃນເອີຣົບກາງ ແລະ ເຂດບານກັງຕາເວັນຕົກ./.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480403
ມື້ນີ້61
ມື້ວານ172
ອາທິດນີ້801
ເດືອນນີ້6634