ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XVI

20180114LaosChinaBorder

 

 

        ກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XVI ໄດ້ຈັດຂຶ້ນໃນລະຫວ່າງວັນທີ 07-09 ມັງກອນ 2019 ທີ່ ເມືອງຊຽງຮຸງ, ແຂວງຢຸນນານ, ສປ ຈີນ. ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະກຳມະການຊາຍແດນ ລາວ-ຈີນ ແລະ ຝ່າຍຈີນ ນໍາໂດຍ ທ່ານ ນາງ ຫວັງ ເຫວີນລີ້, ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ຫົວໜ້າຄະນະກຳມະການຊາຍແດນຮ່ວມ ຈີນ-ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປຈີນ.

ສອງຝ່າຍໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XV ໃນໄລຍະຜ່ານມາ, ເຫັນວ່າ: ສະພາບການຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ, ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະເທດໄດ້ຮ່ວມກັນກວດກາລາດຕະເວນຊາຍແດນ ແລະ ກວດກາຫຼັກໝາຍຊາຍແດນຢ່າງເປັນປົກກະຕິ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກໍ່ໄດ້ຮັບການແກ້ໄຂຢ່າງທັນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສຸນກາງ ແລະ ທ້ອງຖິ່ນໄດ້ມີການພົບປະ ແລະ ປະສານສົມທົບກັນຢ່າງເປັນປົກກະຕິ; ສອງຝ່າຍໄດ້ດຳເນີນການສຶກສາອົບຮົມປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ເຄົາລົບນັບຖືສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນແລະດ່ານຊາຍແດນທີ່ສອງຝ່າຍໄດ້ຮັບຮອງເອົາແລ້ວ.

ເພື່ອ​ແນ​ໃສ່​ເຮັດ​ໃຫ້​ວຽກງານການຮ່ວມມື ແລະ ຄຸ້ມຄອງຊາຍແດນລະຫວ່າງສອງປະເທດ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ, ສອງຝ່າຍໄດ້ເຫັນດີເອກກະພາບກັນວາງທິດທາງແຜນການເຄື່ອນໄຫວໃນປີ 2019 ແລະ ຈະຕ້ອງໄດ້ເພີ່ມທະວີເອົາ​ໃຈ​ໃສ່​ໃນ​ການແລກປ່ຽນຂໍ້ມູນຂ່າວສານ, ເຜີຍແຜ່ໂຄສະນາ ແລະ ສຶກສາອົບຮົມນິຕິກຳກ່ຽວກັບການຄຸ້ມຄອງຊາຍແດນ ແລະ ຫຼັກໝາຍຊາຍແດນກໍຄືສັນຍາ, ອະນຸສັນຍາໃຫ້ແກ່ເຈົ້າໜ້າທີ່ ແລະ ປະຊາຊົນຢູ່ຕາມບໍລິເວນຊາຍແດນ;ຮ່ວມກັນສະກັດກັ້ນການລັກລອບຂ້າມຊາຍແດນຜິດກົດໝາຍ, ການຕັດໄມ້ທໍາລາຍປ່າ, ການຄ້າຂາຍເຖື່ອນ, ການຄ້າມະນຸດ ແລະ ປະກົດການຫຍໍ້ທໍ້ອື່ນໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ. ແນໃສ່ປົກປັກຮັກສາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນທີ່ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ສະດວກສະບາຍ​ຍິ່ງໆຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484727
ມື້ນີ້38
ມື້ວານ205
ອາທິດນີ້1165
ເດືອນນີ້4032